ຫວຽດນາມ ຍົກອອກທັດສະນະກ່ຽວກັບວິວັດທະນາສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) -ວັນທີ 25 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມເປີດທາງອອນລາຍກ່ຽວກັບສະພາບການຢູ່ຕາເວັນອອກກາງ, ໃນນັ້ນມີບັນຫາປາແລັດສະຕິນ.
ຫວຽດນາມ ຍົກອອກທັດສະນະກ່ຽວກັບວິວັດທະນາສັນຕິພາບຢູ່ຕາເວັນອອກກາງ - ảnh 1ກອງປະຊຸມເປີດທາງອອນລາຍກ່ຽວກັບສະພາບການຢູ່ຕາເວັນອອກກາງ
(ພາບ: baoquocte.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປໃນຕົວຈິງ, ພິເສດແມ່ນເລື່ອງເປີດກວ້າງເຂດຕັ້ງຖິ່ນຖານຄົງທີຂອງອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ບໍ່ມີສັນຍານຢຸດຕິລົງ. ທ່ານ ດັ້ງດິ່ງກຸຍ ຖືວ່າ, ການກະທຳດັ່ງກ່າວ, ພ້ອມກັບບັນດາການເຄື່ອນໄຫວກີດຂວາງການດຳລົງຊີວິດຂອງປະຊາຊົນຊາວປາແລັດສະຕິນ ຄື: ທຳລາຍເຮືອນຊານ ແລະ ຊັບສົນບັດ, ຈະເຮັດໃຫ້ເພີ່ມຄວາມແຕກຕົນລະຫວ່າງບັນດາຝ່າຍ, ກີດຂວາງການເຊື່ອມຕໍ່ການເຈລະຈາ ແລະ ຮັດແຄ້ບກາລະໂອກາດບັນລຸໄດ້ມາດຕະການແກ້ໄຂໃນໄລຍະຍາວນານ, ໝັ້ນຄົງໃຫ້ແກ່ບັນຫາປາແລັດສະຕິນ.

        ກ່ຽວກັບວິວັດທະນາການສັນຕິພາບຢູ່ເຂດຕາເວັນອອກກາງ, ຫວຽດນາມ ຊົມເຊີຍ ແລະ ສະໜັບສະໜູນທຸກຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມ ເພື່ອແນໃສ່ຊຸກຍູ້ວິວັດທະນາການດັ່ງກ່າວ, ຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈ, ບໍ່ປະຕິບັດບັນດາການກະທຳ ແລະ ຖະແຫຼງການທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

        ກ່ຽວກັບການເລືອກຕັ້ງທີ່ຈະມາເຖິງຢູ່ປາແລັດສະຕິນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຮຽກຮ້ອງໃຫ້ທຸກຝ່າຍສ້າງເງື່ອນໄຂສະດວກໃຫ້ແກ່ການເລືອກຕັ້ງຢູ່ທຸກເຂດ, ໃນນັ້ນມີ ເຢຢູສາແລມ ຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ