ຫວຽດນາມ ຍາດໄດ້ຊະນະ ໃນການແຂ່ງຂັນແລ່ນ ແລະ ລານສາກົນ ຢູ່ນະຄອນໂຮ່ຈິມິນ

ຫວຽດນາມ ຍາດໄດ້ຊະນະ ໃນການແຂ່ງຂັນແລ່ນ ແລະ ລານສາກົນ ຢູ່ນະຄອນໂຮ່ຈິມິນ  - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 21/07, ການແຂ່ງຂັນ​ແລ່ນ​ ແລະ ​ລານສາກົນ ຢູ່​ນະຄອນ​ໂຮ່ຈິ​ມິນ ​ທີ 20 ປີ 2013 ​ໄດ້​ອັດ​ລົງ. ດ້ວຍ​ຫຼຽນ​ຄຳ 34 ຫຼຽນ ​ໃນ​ການ​ແຂ່ງຂັນກິລາ​ລວມ 43 ​ເນື້ອ​ໃນ, ບັນດາ​ນັກ​ກິລາ ​ຫວຽດນາມ ​ຍາດ​ໄດ້​ຊະນະຢ່າງ​ຂາດ ດ້ວຍຫຼຽນ​ຄຳ 6 ຫຼຽນ, ຄະນະ​ນັກ​ກິລາ​ຫວຽດນາມ ຖືກ​ຈັດ​ອັນ​ດັບ​ໜຶ່ງ​ໃນ​ຕາຕະລາງຈັດ​ອັນ​ດັບ; ມາ​ເລ​ເຊຍ ຢື່ນອັນ​ດັບ​ທີ່ 2 ​(ດ້ວຍຫຼຽນ​ຄຳ 5 ຫຼຽນ); ຟີລິບ​ປີນ ຢືນ​ອັນ​ດັບ​ທີ 3 (ດ້ວຍຫຼຽນ​ຄຳ 3 ຫຼຽນ). ການ​ແຂ່ງຂັນ​ແລ່ນ​ ແລະ ​ລານສາກົນ ຢູ່​ນະຄອນ​ໂຮ່ຈິ​ມິນ ປີ 2013 ມີ​ນັກ​ກິລາທີ່​ມາ​ຈາກຕ່າ​ງປະ​ເທດ 6 ທິມ ​ແລະ ນັກ​ກິລາ​ຫວຽດນາມ ​ມາ​ຈາກ 36 ​ແຂວງ, ນະຄອນ​ເຂົ້າ​ຮ່ວມ.
ຂ່າວ/ບົດ​ອື່ນ