ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ສະ​ຫະ​ພາບ​ເອີ​ລົບ ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ

(VOVWORLD) -ໃນໄລຍະຈະມາເຖິງ, ເພື່ອຜັນຂະຫຍາຍສັນຍາດັ່ງກ່າວໃຫ້ມີປະສິດທິຜົນກ່ວາ, ທ່ານຫວູຫ໋າຍຮ່າ ສະເໜີໃຫ້ລັດຖະສະພາເອີລົບ ແລະ ສະຫະພາບເອີລົບ ໜູນຊ່ວຍດ້ານເຕັກນິກ, ແຫຼ່ງກຳລັງໃຫ້ສຳນັກງານ, ອົງການຈັດຕັ້ງຂອງ ຫວຽດນາມ ເພື່ອໝູນໃຊ້ EVFTA ຢ່າງມີປະສິດທິຜົນ.
ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ສະ​ຫະ​ພາບ​ເອີ​ລົບ ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ - ảnh 1ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 18 ມີນາ ຢູ່ຮ່າໂນ້ຍ, ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກ ລະຫວ່າງຜູ້ຕາງໜ້າສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເອີລົບ (EP) ກ່ຽວກັບສະພາບການຜັນຂະຫຍາຍ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູຫ໋າຍຮ່າ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືສະຫະພາບເອີລົບເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ. ການພົວພັນຄູ່ຮ່ວມມືແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ, ໃນນັ້ນມີການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີລົບ ບັນລຸໄດ້ຜົນງານຫຼາຍຢ່າງເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະຝ່າຍ, ປະກອບສ່ວນຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ສອງທະວີບ ແລະ ໃນໂລກ.

ໃນໄລຍະຈະມາເຖິງ, ເພື່ອຜັນຂະຫຍາຍສັນຍາດັ່ງກ່າວໃຫ້ມີປະສິດທິຜົນກ່ວາ, ທ່ານຫວູຫ໋າຍຮ່າ ສະເໜີໃຫ້ລັດຖະສະພາເອີລົບ ແລະ ສະຫະພາບເອີລົບ ໜູນຊ່ວຍດ້ານເຕັກນິກ, ແຫຼ່ງກຳລັງໃຫ້ສຳນັກງານ, ອົງການຈັດຕັ້ງຂອງ ຫວຽດນາມ ເພື່ອໝູນໃຊ້ EVFTA ຢ່າງມີປະສິດທິຜົນ.

ທີ່ກອງປະຊຸມ, ສະມາຊິກລັດຖະສະພາເອີລົບ ຕີລາຄາສູງຕໍ່ຄວາມຄືບໜ້າທີ່ດີເຊິ່ງສອງຝ່າຍບັນລຸໄດ້ໃນການປະຕິບັດສັນຍາສະບັບດັ່ງກ່າວໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ