ຫວຽດນາມ ຍາມໃດກໍ່ປົກປ້ອງ ແລະຊຸກຍູ້ບັນດາສິດພື້ນຖານຂອງປະຊາຊົນ

(VOVWORLD) -ຫວຽດນາມ ຖືວ່າ ເລື່ອງກະຊວງການຕ່າງປະເທດ ອາເມລິກາ ມອບລາງວັນໃຫ້ ຟ້າມທິດວານຈາງ , ບຸກຄົນທີ່ລະເມີດກົດໝາຍ ຫວຽດນາມ ແລະ  ໄດ້ນຳມາພິພາກສາ ແລະ ກຳລັງປະຕິບັດຄຳຕັດສິນຂອງສານ ແມ່ນການກະທຳຂາດພາວະວິໄສ, ບໍ່ເໝາະສົມ ແລະບໍ່ເປັນຜົນປະໂຫຍດຕໍ່ການພັດທະນາການພົວພັນລະຫວ່າງ ສອງປະເທດ.

ຫວຽດນາມ ຍາມໃດກໍ່ປົກປ້ອງ ແລະຊຸກຍູ້ບັນດາສິດພື້ນຖານຂອງປະຊາຊົນ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: qdnd.vn)

ຕອນບ່າຍວັນທີ 17 ມີນາ, ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຕາມຮູບການທາງໄກ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍສະເຫນີໃຫ້ຮູ້ ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ກະຊວງການຕ່າງປະເທດ ອາເມລິກາ ມອບລາງວັນ ແມ່ຍິງກ້າຫານສາກົນ ໃຫ້ ຟ້າມທິດວານຈາງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ປົກປ້ອງ ແລະ ຊຸກຍູ້ບັນດາສິດພື້ນຖານຂອງປະຊາຊົນ, ໃນນັ້ນ ມີສິດຂອງແມ່ຍິງ. ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການຮັບປະກັນ ແລະ ປັບປຸງສິດທິມະນຸດໃນໄລຍະຜ່ານມາ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ.     

ທ່ານນາງ ເລທິທູຮັ່ງ ເນັ້ນຫນັກວ່າ: ຫວຽດນາມ ຖືວ່າ ເລື່ອງກະຊວງການຕ່າງປະເທດ ອາເມລິກາ ມອບລາງວັນໃຫ້ ຟ້າມທິດວານຈາງ , ບຸກຄົນທີ່ລະເມີດກົດໝາຍ ຫວຽດນາມ ແລະ  ໄດ້ນຳມາພິພາກສາ ແລະ ກຳລັງປະຕິບັດຄຳຕັດສິນຂອງສານ ແມ່ນການກະທຳຂາດພາວະວິໄສ, ບໍ່ເໝາະສົມ ແລະບໍ່ເປັນຜົນປະໂຫຍດຕໍ່ການພັດທະນາການພົວພັນລະຫວ່າງ ສອງປະເທດ.

ແລະກໍ່ໃນການຖະແຫລງຂ່າວ, ກ່ຽວຂ້ອງເຖິງສະພາບການພົນລະເມືອງຫວຽດນາມ ຢູ່ ຢູແກຼນ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ອີກຄັ້ງຫນຶ່ງໄດ້ຢັ້ງຢືນ: ເລື່ອງຮັບປະກັນຄວາມປອດໄພກ່ຽວກັບຊີວິດອິນຊີ, ຊັບສິນຂອງພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ແມ່ນຄວາມເອົາໃຈໃສ່, ການການໃຫ້ບຸລິມະສິດສູງສຸດຂອງພັກ, ລັດ ແລະ ລັດຖະບານຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ