ຫວຽດນາມ ຍາມໃດກໍ່ຮັກສາບົດບາດສຳຄັນໃນນະໂຍບາຍ ການຕ່າງປະເທດຂອງ ປອກຕຸຍການ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ

(VOVWORLD) - ຜ່ານການຮ່ວມມືກັບ ຫວຽດນາມ, ປອກຕຸຍການ ສາມາດເປີດກວ້າງການພົວພັນກັບບັນດາປະເທດອາຊີອື່ນ.
ຫວຽດນາມ ຍາມໃດກໍ່ຮັກສາບົດບາດສຳຄັນໃນນະໂຍບາຍ ການຕ່າງປະເທດຂອງ ປອກຕຸຍການ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ  - ảnh 1(ທ່ານປະທານສະພາແຫ່ງຊາດ ປອກຕຸຍການ Augusto Santos Silva ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ)

ຫວຽດນາມ ຍາມໃດກໍ່ຮັກສາບົດບາດສຳຄັນໃນນະໂຍບາຍ ການຕ່າງປະເທດຂອງ ປອກຕຸຍການ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ປອກຕຸຍການ Augusto Santos Silva ໃນວັນທີ 14 ພະຈິກ, ຢູ່ນະຄອນຫຼວງ Lisbon, ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ປອກຕຸຍການ. ຕາມທ່ານປະທານສະພາແຫ່ງຊາດ ປອກຕຸຍການແລ້ວ, ຜ່ານການຮ່ວມມືກັບ ຫວຽດນາມ, ປອກຕຸຍການ ສາມາດເປີດກວ້າງການພົວພັນກັບບັນດາປະເທດອາຊີອື່ນ. ທ່ານ Augusto Santos Silva ກໍ່ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຄວນເພີ່ມທະວີການຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ໃນນັ້ນໃຫ້ບຸລິມະສິດ ເປີດສຳນັກງານຜູ້ຕາງໜ້າການທູດຢູ່ແຕ່ລະປະເທດ.

ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ສະເໜີ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຂຸດຄົ້ນບັນດາກາລະໂອກາດຢ່າງສຸດຂີດຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ເພື່ອປັບປຸງວົງເງິນການຄ້າ, ສູ້ຊົນໃຫ້ບັນລຸເປົ້າໝາຍ 1 ຕື້ USD/ປີ ໃນໄລຍະຈະມາເຖິງ; ທ່ານສະເໜີວ່າ ປອກຕຸຍການ ຊ່ວຍຊຸກຍູ້ບັນດາປະເທດ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVIPA). ກ່ຽວກັບການຮ່ວມມືລັດຖະສະພາ, ທ່ານ ເຈິ່ນແທັງເໝີນ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ປອກຕຸຍການ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິຈາລະນາສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ; ເພີ່ມທະວີການປະສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາຢູ່ພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ