ຫວຽດນາມ ຕັ້ງໜ້າປ້ອງກັນ, ຕ້ານພະຍາດ Ebola

ຫວຽດນາມ ຕັ້ງໜ້າປ້ອງກັນ, ຕ້ານພະຍາດ Ebola - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 12/08, ກົມ​ຄຸ້ມ​ຄອງ​ຄົນ​ງານ​ຕ່າງປະ​ເທດ (ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງ​ຄົມ​ຫວຽດນາມ) ​ໄດ້​ມີ​ເອກະສານ​ຮຽກ​ຮ້ອງ​ບັນດາ​ວິ​ສາຫະກິດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ຕາມ​ສັນຍາ​ປະຕິບັດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະຍາດ​ຢ່າງ​ເຂັ້ມ​ງວດ. ຕາມ​ນັ້ນ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຕິດຕາມກວດກາຄົນ​ງານ​ໂດຍ​ວິ​ສາ​ຫະກິດ​ສົ່ງ​ໄປ​ເຮັດ​ວຽກ​ຢູ່​ເຂດ​​ເກີດ​ພະຍາດ​ເວົ້າ​ສະ​ເພາະ (ຖ້າ​ຫາກ​ມີ) ​ແລະ ​ເຂດ​ອາ​ຟລິ​ກາ​ໃຕ້ ​ເວົ້າ​ລວມ, ລາຍ​ງານ​ຕໍ່​ກົມ​ຄຸ້ມ​ຄອງ​ຄົນ​ງານ​ຕ່າງປະ​ເທດ ກ່ອນ​ວັນ​ທີ 16/08/2014; ​ໂຄສະນາ​ໃຫ້​ຄົນ​ງາ​ນພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ເກີດ​ພະຍາດ ​ເພື່​ອ​ເປັນ​ເຈົ້າ​ການ​ປ້ອງ​ກັນ​ພະຍາດ​ຢ່າງ​ມີ​ປະສິດທິ​ຜົນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ປະກາດ​ແຜນການ​ກ່ຽວ​ກັບການ​ປ້ອນ​ກັງ, ຕ້ານ​ພະຍາດ Ebola ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ ດ້ວຍ​ຈຸດໝາຍ​ສະ​ກັດ​ກັ້ນ​ການ​ແຜ່ລະບາດ​ພະຍາດ​ດັ່ງກ່າວ​ເຂົ້າ​ຫວຽດນາມ ຜ່ານ​ການທ່ອງທ່ຽວ; ພ້ອມ​ທັງ​ກວດ​ພົບ​ແກ້​ໄຂ​ຢ່າງ​ທັນ​ການບັນດາ​ກໍ່​ລະ​ນີຕິ​ດພະຍາດ​ສຳລັບ​ແຂກ​ທ່​​ອງທ່ຽວ, ສົມທົບ​ກັບ​ບັນດາ​ອົງການ​ສາທາລະນະ​ສຸກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ການ​ປ້ອງ​ກັນ, ຕ້ານ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ, ສຸຂະພາບ​ໃຫ້​ແຂກ​ທ່ອງ​ທ່ຽວ ​ແລະ ຄົນ​ງານ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ​ຢ່າງ​​ແໜ້ນ​​ແຟ້ນ.

ຂ່າວ/ບົດ​ອື່ນ