ຫວຽດ​ນາມ ຖອດ​ຖອນ​​ບົດ​ຮຽນປະ​ສົບ​ການ ຈາກ​ສະ​ວິດ​ກ່ຽວ​ກັບ​ການ​ສ້າງ, ຄຸ້ມ​ຄອງນຳ​ສູນ​ການ​ເງິນ​ສາ​ກົນ ຫວຽດ​ນາມເຂົ້າ​ເຄື່ອນ​ໄຫວ

(VOVWORLD) - ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນປາດຖະໜາຢາກບັນດາອົງການ, ນັກຊ່ຽວຊານສະວິດແບ່ງປັນ ແລະ ສະເໜີແນະ ຫວຽດນາມ ກ່ຽວກັບການສ້າງ, ຄຸ້ມຄອງ, ນຳສູນການເງິນສາກົນ ຫວຽດນາມເຂົ້າເຄື່ອນໄຫວ. 
ຫວຽດ​ນາມ ຖອດ​ຖອນ​​ບົດ​ຮຽນປະ​ສົບ​ການ ຈາກ​ສະ​ວິດ​ກ່ຽວ​ກັບ​ການ​ສ້າງ, ຄຸ້ມ​ຄອງນຳ​ສູນ​ການ​ເງິນ​ສາ​ກົນ ຫວຽດ​ນາມເຂົ້າ​ເຄື່ອນ​ໄຫວ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ
(ພາບ: VOV)

ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ນະຄອນ Geneva, ປະເທດສະວິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ສ້າງ ແລະ ນຳສູນການເງິນສາກົນເຂົ້າເຄື່ອນໄຫວ - ການແນະນຳໃຫ້ແກ່ ຫວຽດນາມ”. ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນປາດຖະໜາຢາກບັນດາອົງການ, ນັກຊ່ຽວຊານສະວິດແບ່ງປັນ ແລະ ສະເໜີແນະ ຫວຽດນາມ ກ່ຽວກັບການສ້າງ, ຄຸ້ມຄອງ, ນຳສູນການເງິນສາກົນ ຫວຽດນາມເຂົ້າເຄື່ອນໄຫວ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ໃນກອງປະຊຸມຄັ້ງທີ 9 ຜ່ານມາ, ສະພາແຫ່ງຊາດ ໄດ້ປະກາດໃຊ້ມະຕິວ່າດ້ວຍການສ້າງສູນການເງິນສາກົນ ຢູ່ນະຄອນ ໂຮ່ຈີມິນ ແລະ ສາຂາໜຶ່ງຢູ່ ນະຄອນດ່ານັ້ງ. ເປົ້າໝາຍຂອງການໂອ້ລົມສົນທະນາມື້ນີ້ແມ່ນຖອດຖອນບົດຮຽນຈາກສະວິດກ່ຽວກັບການຄຸ້ມຄອງເຄື່ອນໄຫວສູນການເງິນຂອງພວກເພື່ອນ ໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ, ປາດຖະໜາຢາກໃຫ້ພວກເພື່ອນແບ່ງປັນກັບ ຫວຽດນາມເພື່ອພັດທະນາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ