ຫວຽດ​ນາມ ນັບ​ມື້​ນັບ​ດຶງ​ດູດ​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນຫຼາຍ​ແຫ່ງ

(VOVWORLD) -ສິ່ງທີ່ເປັນໜ້າສົນໃຈ,ປັດຈຸບັນ, ຫວຽດນາມ ກາຍເປັນການເລືອກເຟັ້ນໃໝ່ຂອງບໍລິສັດເຢຍລະມັນ. 
ຫວຽດ​ນາມ ນັບ​ມື້​ນັບ​ດຶງ​ດູດ​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນຫຼາຍ​ແຫ່ງ - ảnh 1ພາບປະກອບ: vietnam.vnanet.vn

ຕາມໜັງສືພິມ ເສດຖະກິດ ລາຍສັບປະດາ(WIWO) ຂອງເຢຍລະມັນອອກໃນວັນທີ 29 ພຶດສະພາ, ດ້ວຍນະໂຍບາຍ “ Zero Covid” ຢ່າງເຂັ້ມງວດຂອງຈີນ ແລະ ລະບົບສະໜອງຖືກຂາດວັກຂາດຕອນ, ນັບມື້ນັບມີ ບໍລິສັດຫຼາຍແຫ່ງຂອງເຢຍລະມັນຢູ່ອາຊີ ພວມຊອກຫາມາດຕະການປ່ຽນແທນ. ສິ່ງທີ່ເປັນໜ້າສົນໃຈ,ປັດຈຸບັນ, ຫວຽດນາມ ກາຍເປັນການເລືອກເຟັ້ນໃໝ່ຂອງບໍລິສັດເຢຍລະມັນ. WIWO ຊີ້ແຈ້ງວ່າ ຢູ່ ອາຊີ, ມີຫຼາຍບໍລິສັດເຢຍລະມັນເຫັນໄດ້ວ່າ ຫວຽດນາມ ອາດຈະກາຍເປັນສະຖານທີ່ທຳການຜະລິດ. ກຸ່ມບໍລິສັດ Karcher ຢູ່ Winnenden (ລັດ baden - Wurttemberg) ຜະລິດເຄື່ອງຈັກ ແລະ ລະບົບທຳຄວາມສະອາດແຖວໜ້າໂລກ, ກໍ່ຫາກໍ່ຕັດສິນໃຈເລືອກເອົາ ຫວຽດນາມ ແມ່ນສະຖານທີ່ຜະລິດໃໝ່. ທ່ານ Marko Walde, ຫົວໜ້າຜູ້ຕາງໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເຢຍລະມັນ (AHK) ປະຈຳຫວຽດນາມໃຫ້ຮູ້ວ່າ, ນັບແຕ່ເວລາ ຫວຽດນາມ ເປີດດ່ານຊາຍແດນຄືນໃໝ່ແຕ່ວັນທີ 15 ມີນາ, ບັນດາບໍລິສັດຂະໜາດກາງຂອງ ເຢຍລະມັນໄດ້ມາຢ້ຽມຢາມ AHK ເກືອບທຸກທິດ ເພື່ອຊອກຫາສະຖານທີ່ໃໝ່ຢູ່ຫວຽດນາມ… ບາງບໍລິສັດກໍ່ພວມພິຈາລະນາ ການຫັນປ່ຽນໄປຍັງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ