ຫວຽດນາມ ນອນໃນ Top 30 ປະເທດເຂັ້ມແຂງທີ່ສຸດໃນໂລກ

(VOVWORLD) -ຫວຽດນາມ ແມ່ນປະເທດເຂັ້ມແຂງອັນດັບທີ 30 ໃນໂລກ ດ້ວຍ GDP ບັນລຸກວ່າ 363 ຕື້ USD, ພົນລະເມືອງຫຼາຍກວ່າ 98,2 ລ້ານຄົນ.
ຫວຽດນາມ ນອນໃນ Top 30 ປະເທດເຂັ້ມແຂງທີ່ສຸດໃນໂລກ - ảnh 1(ພາບປະກອບ: nhandan.vn)

        ດ້ວຍຂອບຂະໜາດເສດຖະກິດທີ່ນັບມື້ນັບເພີ່ມຂຶ້ນ, ອຳນາດອ່ອນ ແລະ ກຳລັງແຮງຜົນສະທ້ອນໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ, ຫວຽດນາມ ນອນໃນ Top 30 ປະເທດເຂັ້ມແຂງທີ່ສຸດໃນໂລກປີ 2022. ຕາມຕາຕະລາງຈັດອັນດັບບັນດາປະເທດເຂັ້ມແຂງທີ່ສຸດໃນໂລກປີ 2022 ເຊິ່ງເວັບໄຊ US News & World Report (ອາເມລິກາ) ຫາກໍ່ປະກາດນັ້ນ, ຫວຽດນາມ ແມ່ນປະເທດເຂັ້ມແຂງອັນດັບທີ 30 ໃນໂລກ ດ້ວຍ GDP ບັນລຸກວ່າ 363 ຕື້ USD, ພົນລະເມືອງຫຼາຍກວ່າ 98,2 ລ້ານຄົນ. ທີ່ຕັ້ງນີ້ໄດ້ຢືນຢັນອິດທິພົນຊື່ສຽງ ແລະ ບົດບາດທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນຂອງ ຫວຽດນາມ ບົນເວທີສາກົນ.

        ຕາຕະລາງດັ່ງກ່າວແມ່ນສ່ວນໜຶ່ງຂອງການຄົ້ນຄວ້າປະຈຳປີ “ບັນດາປະເທດດີທີ່ສຸດໃນໂລກ” ສຳຫຼວດ ແລະ ຕີລາຄາ 85 ປະເທດ ໂດຍອີງໃສ່ການຕອບກັບຂອງຜູ້ເຂົ້າຮ່ວມ 17.000 ຄົນ. ຕາມຕາຕະລາງຈັດອັນດັບ, ອາເມລິກາ, ຈີນ ແລະ ລັດເຊຍ ແມ່ນ 3 ປະເທດເຂັ້ມແຂງທີ່ສຸດໃນໂລກປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ