ຫວຽດນາມ - ບຣາຊິນ ອອກຖະແຫຼງການຮ່ວມ

(VOVWORLD) - ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທີ່ມີປະສິດທິຜົນໃນບັນດາຂົງເຂດປືກສາຫາລືດ້ານການເມືອງ, ເສດຖະກິດ ການຄ້າ, ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ສິ່ງແວດລ້ອມ, ການຫັນປ່ຽນພະລັງງານທົດແທນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກິລາທີ່ມີຜົນງານສູງ, ພິເສດແມ່ນບານເຕະ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆອີກ.
ຫວຽດນາມ - ບຣາຊິນ ອອກຖະແຫຼງການຮ່ວມ - ảnh 1ສອງຝ່າຍຊຸກຍຸ້ການເຈລະຈາສັນຍາການຄ້າ ຫວຽດນາມ ແລະ MERCOSUR
(ພາບ:VOV)

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ແລະ ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula de Silva, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນໃນຄວາມກົມກຽວລະຫວ່າງການເຕີບໂຕເສດຖະກິດ, ພັດທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທີ່ມີປະສິດທິຜົນໃນບັນດາຂົງເຂດປືກສາຫາລືດ້ານການເມືອງ, ເສດຖະກິດ ການຄ້າ, ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ສິ່ງແວດລ້ອມ, ການຫັນປ່ຽນພະລັງງານທົດແທນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກິລາທີ່ມີຜົນງານສູງ, ພິເສດແມ່ນບານເຕະ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆອີກ.

        ສອງຝ່າຍໃຫ້ຄຳໝັ້ນສັນຍາເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຊູກຍູ້ການຫັນການແລກປ່ຽນການຄ້າສອງຝ່າຍເປັນຫຼາຍຮູບຫຼາຍແບບ; ຊຸກຍູ້ການຮ່ວມສຳພັນແໜ້ນແຟ້ນກ່ວາລະຫວ່າງວິສາຫະກິດສອງປະເທດໃຫ້ແໜ້ນແຟ້ນກ່ວາເກົ່າ; ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ, ກ້ວາງຂວາງ ໃນບັນດາຂົງເຂດທີ່ສອງຝ່າຍສາມາດເພີ່ມເຕີມໃຫ້ກັນໄດ້…

        ການນຳສອງທ່ານເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາການພົບປະ ແລະ ການຢ້ຽມຢາມຂັ້ນສູງສອງຝ່າຍ ແລະ ແລກປ່ຽນຄະນະຜູ້ແທນ; ສືບຕໍ່ເພີ່ມທະວີການສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ, ພິເສດແມ່ນຢູ່ ສປຊ. ພ້ອມນັ້ນ, ກໍ່ຢັ້ງຢືນຄວາມເຄົາລົບ ກົດໝາຍສາກົນຂອງແຕ່ລະປະເທດຄືນໃໝ່, ພິເສດແມ່ນກົດບັດ ສປຊ, ກໍ່ຄືການສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໃນການພົວພັນສາກົນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີຄວາມເຄົາລົບ ແລະ ປະຕິບັດຕາມຂໍ້ກຳນົດຂອງກົດໝາຍສາກົນ ກ່ຽວກັບທະເລ ແລະ ມະຫາສະໝຸດໃຫ້ເປັນຢ່າງດີ. ສອງປະເທດຕັດສິນໃຈຮ່ວມແຮງຮ່ວມໃຈຊ່ວຍປັບປຸງພື້ນຖານການຄຸ້ມຄອງບໍລິຫານທົ່ວໂລກຕາມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ອະນຸສັນຍາ Kyoto ແລະ ຂໍ້ຕົກລົງ ປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ