ຫວຽດ​ນາມ - ບາເຣນ ຍ​ົກ​ສູງ​ປະ​ສິດ​ທິ​ພົນ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) -ທີ່ການພົບປະກັບສົມເດັດ Hamad bin Salman Al Khalifa, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ບາເຣນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງບາເຣນ ແລະ ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາຢູ່ ບາເຣນ.
 ຫວຽດ​ນາມ - ບາເຣນ ຍ​ົກ​ສູງ​ປະ​ສິດ​ທິ​ພົນ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບາເຣນ ສົມເດັດ Abdulla bin Ahmed Al Khalifa
(ພາບ: ກະຊວງການຕ່າງປະເທດ)

ໃນລະຫວ່າງວັນທີ 11 - 12 ກຸມພາ, ຢູ່ນະຄອນຫຼວງ Manama, ເນື່ອງໃນໂອກາດຢ້ຽມຢາມ ບາເຣນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ຄັ້ງທີ 1 ກັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບາເຣນ ສົມເດັດ Abdulla bin Ahmed Al Khalifa. ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ພົບປະກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສົມເດັດ Hamad bin Salman Al Khalifa ແລະ ທ່ານນາງຮອງປະທານສະພາດຳເນີນທຸລະກິດ ອາຊຽນ - ບາເຣນ Feryal Abdullah Nass.

ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ  ແລະ ສົມເດັດ Abdulla bin Ahmed Al Khalifa ໄດ້ເຫັນດີເປັນເອກະພາບນຳກັນວ່າ ກະຊວງການຕ່າງປະເທດສອງປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາມາດຕະການ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ສົມທົບ  ແລະ ສະໜັບສະໜູນກັນຢູ່ເວທີປາໄສ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ…

ທີ່ການພົບປະກັບສົມເດັດ Hamad bin Salman Al Khalifa, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ບາເຣນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງບາເຣນ ແລະ ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາຢູ່ ບາເຣນ.

ທີ່ການປະຊຸມກັບທ່ານນາງຮອງປະທານສະພາດຳເນີນທຸລະກິດ ອາຊຽນ - ບາເຣນ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ສະເໜີ ໃຫ້ສະພາສືບຕໍ່ໜູນຊ່ວຍເຊື່ອມຕໍ່ວິສາຫະກິດສອງປະເທດ, ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ