ຫວຽດນາມ ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ADMM – 6 ຢ່າງຕັ້ງໜ້າ

ຫວຽດນາມ ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ADMM – 6 ຢ່າງຕັ້ງໜ້າ - ảnh 1
ທ່ານ​ພົນ​ເອກ Phung Quang Thanh ແລະ ​ທ່ານພົນ​ເອກ Tea Banh
( ພາບ: vietnamplus.vn )


( vovworld ) -   ​ເນື່ອງ​ໃນ​ອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 6 ( ADMM – 6 ) ຢູ່ກຳ​ປູ​ເຈຍ, ຕອນ​ບ່າຍ​ວັນ​ທີ 28/5, ທ່ານ​ພົນ​ເອກ Phung Quang Thanh, ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານພົນ​ເອກ Tea Banh, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ. ທີ່​ການ​ພົບ​ປະ, ທ່ານພົນ​ເອກ Tea Banh ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມກອງ​ປະຊຸມ​ຂອງ​ກຳປູ​ເຈຍ ​ແລະ ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່ການ​ຊ່ວຍ​ເຫຼືອ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໃນ​ວຽກ​ງານ​ກະກຽມຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ການ​ທະຫານ - ປ້ອງ​ກັນຊາ​ດ ​ເຊິ່ງກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​ ​ເປັນ​ເຈົ້າພາບ​ຈັດຂຶ້ນໃນ​ປີ 2012. ທ່ານ​ພົນ​ເອກ Phung Quang Thanh ​ໄດ້​ສະ​​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ​ເວົ້າ​ສະ​ເພາະ ​ແລະ ກຳປູ​ເຈຍ ​ເວົ້າ​ລວມ ຈະ​ຈັດ​ຕັ້ງ​ບັນດາ​ເຫດການ​ໃນ​ປີກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 6 ຢ່າງ​ສຳ​ເລັດ​ຜົນ. ທ່ານ​ພົນ​ເອກ​ໄດ້​ຢືນຢັນ​ວ່າ, ດ້ວຍ​ຈິດ​ໃຈ​ເປັນ​​ເຈົ້າ​ການ ​ແລະ ສ້າງສັນ, ຫວຽດນາມ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງກອງ​ປະຊຸມ, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​​ແຫ່ງ​ສັນຕິພາບ, ຄວາມໝັ້ນຄົງ ​ແລະ ການພັດທະນາ​ໃນ​ພາກ​ພື້ນ. ທ່ານ​ພົນ​ເອກ Phung Quang Thanh ​ໄດ້​ຂອບ​ອົກ​ຂອບ​ໃຈ​ລັດຖະບານ​ກຳປູ​ເຈຍ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກອງທັບ​ແຫ່ງ​ລາຊະ​ອານາຈັກກຳປູ​ເຈຍ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ກອງທັບ​ຫວຽ​ດນາມ ​ໄປ​ລົງທຶນ​ຢູ່ກຳ​ປູ​ເຈຍ ຢ່າງ​ມີ​ປະສິດທິ​ຜົນ. ທ່ານພົນ​ເອກ Tea Banh ​ໄດ້​ຕີ​ລາຄາ​ສູງ​​ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ບັນດາວິ​ສາ​ຫະກິດ​ກອງທັບ​ຫວຽດນາມ ຢູ່ກຳ​ປູ​ເຈຍ ​ແລະ ຢືນຢັນ​ວ່າ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ນີ້​ລົງທຶນ​ຢ່າງ​ສຳ​ເລັດຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ