ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຕ້ອນຮັບທ່ານ Martyn Parker
ພາບ:internet
|
(vovworld) - ວັນທີ 19/3, ທີ່ການຕ້ອນຮັບທ່ານ Martyn Parker ປະທານຄະນະກຳມະການຮ່ວມມືທົ່ວໂລກ ກຸຸ່ມບໍລິສັດປະກັນໄພ Swiss Re ສະຫວິດ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ເນັ້ນຫນັກເຖິງຕະຫລາດປະກັນໄພທີ່ເປີດປະຕູແຕ່ປີ 1993, ປະຈຸບັນ ຫວຽດນາມ ມີວິສາຫະກິດ 57 ແຫ່ງພວມເຄື່ອນໄຫວໃນບັນດາຂົງເຂດ ປະກັນຊີວິດ, ປະກັນບໍ່ແມ່ນຊີວິດ, ປະກັນໄພ, ນາຍຫນ້າ ແລະ ອື່ນໆ. ລະດັບຈະເລີນເຕີບໂຕສະເລ່ຍຂອງຕະຫລາດໃນໄລຍະ 5 ປີຜ່ານມາ ບັນລຸ 23-25%. ສະນັ້ນ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະຫນູນກຸ່ມບໍລິສັດປະກັນໄພທີ່ມີເຄື່ອງໝາຍການຄ້າ ແລະ ມີອິດທິພົນຊື່ສຽງຄື Swiss Re ຜັນຂະຫຍາຍການປະຕິບັດໂຄງການຢູ່ ຫວຽດນາມ ໂດຍໄວ. ກຸ່ມບໍລິສັດ Swiss Re ໝັ້ນໝາຍຮ່ວມມືກັບກະຊວງການເງິນ ສ້າງແຜນການຮັບມືກັບຄວາມສ່ຽງ. ທ່ານ Martyn Parker ປາດຖະຫນາວ່າ ລັດຖະບານ ຫວຽດນາມ ຈະຫນູນຊ່ວຍ, ຊ່ວຍເຫລືອກຸ່ມບໍລິສັດເພື່ອຜັນຂະຫຍາຍບັນດາໂຄງການປະກັນໄພຢູ່ ຫວຽດນາມ, ປະກອບສ່ວນເຮັດໃຫ້ພື້ນຖານເສດຖະກິດພາຍໃນປະເທດເປັນປົກກະຕິ.