ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

(VOVWORLD) - ວັນທີ 07 ມິຖຸນາ, ກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຈະຈັດຕັ້ງການປ່ອນບັດໃຫ້ 5 ຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ໃນນັ້ນ ມີ 1 ຕຳແໜ່ງໃຫ້ກຸ່ມບັນດາປະເທດ ອາຊີ - ປາຊີຟິກ ແລະ ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວ ທີ່ຕາງໜ້າໃຫ້ກຸ່ມດັ່ງກ່າວ. 
ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ 

ເນື່ອງໃນໂອກາດນີ້, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ ໄດ້ສຳພາດທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ. ຕາມທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ ແລ້ວ, ເພື່ອກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ຕ້ອງໄດ້ຮັບການສະໜັບສະໜູນໜ້ອຍສຸດແມ່ນ 2/3 ໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດ. ທ່ານກ່າວວ່າ:

        ມາຮອດປັດຈຸບັນ, ຫວຽດນາມ ເປັນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຂອງພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ຄຳໝັ້ນສັນຍາດ້ວຍເອກະສານຈາກກ່ວາ 100 ປະເທດ ແລະ ການສະໜັບສະໜູນດ້ວຍປາກເປົ່າຂອງ 30 40 ປະເທດອີກ. ອາດເວົ້າໄດ້ວ່າ ພວກເຮົາມີກາລະໂອກາດໃຫຍ່ ເພື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງ, ເພື່ອກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງໃນບັ້ນປ່ອນບັດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ