ຫວຽດນາມ ມີ 13 ທິມເຂົ້າຮ່ວມງານແຂ່ງຂັນ Robotics ສາກົນ 2013

ຫວຽດນາມ ມີ 13 ທິມເຂົ້າຮ່ວມງານແຂ່ງຂັນ Robotics ສາກົນ 2013 - ảnh 1
ງານ​​ແຂ່ງ​ຂັນ Robothon ລະດັບ​ຊາດ​ຄັ້ງ​ທີ 1 ປີ 2013
(ພາບ: Vietnam+)


(vovworld) - ຕອນ​ບ່າຍ​ວັນ​ທີ 03 ພະ​ຈິກ, ຢູ່​ນະ​ຄອນດ່າ​ນັ້ງ ​ໄດ້​ອັດ​ງານ​​ແຂ່ງ​ຂັນ Robothon ລະດັບ​ຊາດ​ຄັ້ງ​ທີ 1 ປີ 2013. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້ 13 ທິມ, ​ໃນ​ນັ້ນ, ສຳລັບ​ທິມຂັ້ນ​ຕົ້ນ: ​ທິມ B3 ​ໂຮງຮຽນ​ປະຖົມ Vietkids (ຮ່າ​ໂນ້ຍ) ​ໄດ້​ຮັບ ລ້າງ​ວັນ​ທີ 1 ​, ສຳລັບທິມຂັ້ນ​ກາງ:  ທິມ D8 ​ໂຮງຮຽນ​ປະຖົມ ​ເຈີ​ນກາວ​ເວີນ (ດ່າ​ນັ້ງ) ​ໄດ້​ຮັບລ້າງ​ວັນ​ທີ 1. 13 ທິມ​ໄດ້​ຮັບ​ລ້າງ​ວັນ ຈະ​ຕາງ​ໜ້າ​ໃຫ້​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ Robotics ສາກົນ​ປີ 2013 ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່ ຟີ​ລິບ​ປີນ ໃນ​ທ້າ​ຍເດືອນ ພະຈິກ ນີ້. ງານ​ແຂ່ງຂັນ Robotics ລະດັບ​ຊາດ​ປີ 2014 ຈະ​ຖືກຈັດ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ