ຫວຽດນາມ ມີກາລະໂອກາດຫຼາຍຢ່າງເພື່ອຂຸດຄົ້ນຕະຫຼາດ Halal ອາຊີຕາເວັນອອກສ່ຽງໃຕ

(VOVWORLD) - ປະຈຸບັນ, ໂລກອິດສະລາມມີກວ່າ 2 ຕື້ຄົນພວມດຳລົງຊີວິດຢູ່ 112 ປະເທດ, ໃນນັ້ນມີ 57 ປະເທດແມ່ນສະມາຊິກຂອງອົງການຮ່ວມມືອິດສະລາມ (OIC).
ຫວຽດນາມ ມີກາລະໂອກາດຫຼາຍຢ່າງເພື່ອຂຸດຄົ້ນຕະຫຼາດ Halal ອາຊີຕາເວັນອອກສ່ຽງໃຕ - ảnh 1ເວທີປາໄສຮ່ວມມື ແລະ ພັດທະນາຂະແໜງ Halal ໃນກຸ່ມ ອາຊຽນ
(ພາບ: hanoimoi.vn)

        ວັນທີ 31 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ສູນສົ່ງເສີມການຄ້າ ແລະ ການລົງທຶນ (ITPC) ໄດ້ສົມທົບກັບພະແນກອຸດສາຫະກຳການຄ້າ ແລະ ສະຖານກົງສູນບັນດາປະເທດ ອິນໂດເນເຊຍ, ມາເລເຊຍ, ສິງກະໂປ… ຈັດເວທີປາໄສຮ່ວມມື ແລະ ພັດທະນາຂະແໜງ Halal ໃນກຸ່ມ ອາຊຽນ.

        ຕາມການສະຖິຕິແລ້ວ, ປະຈຸບັນ, ໂລກອິດສະລາມມີກວ່າ 2 ຕື້ຄົນພວມດຳລົງຊີວິດຢູ່ 112 ປະເທດ, ໃນນັ້ນມີ 57 ປະເທດແມ່ນສະມາຊິກຂອງອົງການຮ່ວມມືອິດສະລາມ (OIC). ພິເສດ, ປະຊາຊົນເຊື່ອຖືສາສະໜາ ອິດສະລາມ ກວມເອົາຈຳນວນຫຼາຍຢູ່ພາກພື້ນ ອາຊີ (62%), ໂດຍສະເພາະແມ່ນໃນກຸ່ມ ອາຊຽນ.

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ, ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ດຶງດູດບັນດານັກລົງທຶນ, ບັນດານັກທ່ອງທ່ຽວຊາວ ອິດສະລາມ ມາເຄື່ອນໄຫວດຳເນີນທຸລະກິດ ແລະ ທ່ອງທ່ຽວຢູ່ ຫວຽດນາມ, ປະກອບສ່ວນພັດທະນາປະເທດ ຫວຽດນາມ ແລະ ເພີ່ມທະວີການຮ່ວມມືກັບບັນດາປະເທດໃນ OIC. ເພື່ອຍາດແຍ່ງກາລະໂອກາດນີ້, ນະຄອນ ໂຮ່ຈີມິນ ພວມສຸມໃສ່ສ້າງບັນດານະໂຍບາຍເພື່ອພັດທະນາຂະແໜງອຸດສາຫະກຳ Halal, ໂດຍສະເພາະແມ່ນໃນຂົງເຂດສະບຽງອາຫານ ແລະ ບັນດາຂະແໜງສຳຮອງ, ພະລາທິການ… ສ້າງເປັນບັນດາໜ່ວຍງານບໍລິການບັນລຸມາດຕະຖານ Halal ຮັບໃຊ້ປະຊາຄົມຊາວ ມຸດສະລິມ. ໃນສະພາບການຄືໃນປະຈຸບັນ, ເລື່ອງຫັນບັນດາຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ຂຸດຄົ້ນ ແລະ ເປີດບັນດາຕະຫຼາດໃໝ່ແມ່ນຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງ, ເຊິ່ງໄດ້ຮັບຖືວ່າແມ່ນ “ລຸກກະແຈ່ຄຳ” ເພື່ອຍູ້ແຮງການສົ່ງອອກຂອງ ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ