ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ

(VOVWORLD) -ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ ລັດເຊຍ ຈົ່ງຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສໂດຍ ອາຊຽນ ເປັນເຈົ້າພາບຈັດຂຶ້ນ, ສະໜັບສະໜູນບົດບາດເປັນໃຈກາງ ແລະ ຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ການເຈລະຈາ, ຮ່ວມມື
ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ - ảnh 1(ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ)

ວັນທີ 22 ສິງຫາ, ຄະນະຜູ້ແທນຂັ້ນສູງ ຫວຽດນາມ ນຳໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນຂັ້ນສູງຄວາມໝັ້ນຄົງ ອາຊຽນ - ລັດເຊຍ ຄັ້ງທີ 2, ດຳເນີນແບບທາງໄກ.

ທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິນຕີລາຄາສູງເລື່ອງຈັດກອງປະຊຸມ ໃນສະພາບການເມືອງ - ຄວາມໝັ້ນຄົງໂລກ ພວມມີການປ່ຽນແປງ. ເພື່ອເພີ່ມທະວີການຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ ລັດເຊຍ ຈົ່ງຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສໂດຍ ອາຊຽນ ເປັນເຈົ້າພາບຈັດຂຶ້ນ, ສະໜັບສະໜູນບົດບາດເປັນໃຈກາງ ແລະ ຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ການເຈລະຈາ, ຮ່ວມມື ແລະ ຮັບມືກັບບັນດາສິ່ງທ້າທາຍເກີດຂຶ້ນ, ໃນນັ້ນມີຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລ ແລະ ການບິນຢູ່ພາກພື້ນ, ສະໜັບສະໜູນຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ກໍຄືຄວາມມານະພະຍາຍາມໃນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ມີຜົນສັກສິດ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ, ປາດຖະໜາຢາກໃຫ້ ລັດເຊຍ ປະກອບສ່ວນນັບມື້ນັບໃຫຍ່ຫຼວງ, ມີຄວາມຮັບຜິດຊອບ ແລະ ບັນລຸປະສິດທິຜົນໃນບັນດາຄວາມມານະພະຍາມເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ບັນດາກົນໄກໂດຍ ອາຊຽນ ເປັນເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ