ຫວຽດນາມ ມີທ່ານໝໍໄດ້ຮັບລາງວັນອຸທິດສ່ວນດີເດັ່ນກ່ຽວກັບການປ້ອງກັນ, ຕ້ານຕາບອດ ອາຊີ - ປາຊີຟິກ

(VOVWORLD) - ທີ່ກອງປະຊຸມໃຫຍ່, ທ່ານໝໍປະຊາຊົນ ຫງວຽນວຽດຢາບ, ຜູ້ອຳນວຍການໂຮງໝໍ ຕາ ແຂວງ ບ່າເຣ້ຍ - ຫວູງເຕົ່າ ພ້ອມກັບ 17 ບຸກຄົນດີເດັ່ນທີ່ມາຈາກບັນດາປະເທດ, ເຂດແຄ້ວນໃນພາກພື້ນເປັນກຽດໄດ້ຮັບລາງວັນອຸທິດສ່ວນດີເດັ່ນກ່ຽວກັບການປ້ອງກັນ
ຫວຽດນາມ ມີທ່ານໝໍໄດ້ຮັບລາງວັນອຸທິດສ່ວນດີເດັ່ນກ່ຽວກັບການປ້ອງກັນ, ຕ້ານຕາບອດ ອາຊີ - ປາຊີຟິກ - ảnh 1ສຈ Ava Hossain, ປະທານສະພາດວງຕາ ອາຊີ - ປາຊີຟິກ ມອບລາງວັນໃຫ້ທ່ານໝໍ ຫງວຽນວຽດຢາບ
(ພາບ: TTXVN)

ກອງປະຊຸມໃຫຍ່ຄັ້ງທີ 38 ຂອງສະມາຄົມດວງຕາ ອາຊີ - ປາຊີຟິກ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ, ຢູ່ນະຄອນຫຼວງ ກົວລາ ລຳປົວ ( ປະເທດ ມາເລເຊຍ). ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງ 49 ປະເທດ ແລະ ເຂດແຄ້ວນຢູ່ພາກພື້ນ ອາຊີ - ປາຊີຟິກ.

        ທີ່ກອງປະຊຸມໃຫຍ່, ທ່ານໝໍປະຊາຊົນ ຫງວຽນວຽດຢາບ, ຜູ້ອຳນວຍການໂຮງໝໍ ຕາ ແຂວງ ບ່າເຣ້ຍ - ຫວູງເຕົ່າ ພ້ອມກັບ 17 ບຸກຄົນດີເດັ່ນທີ່ມາຈາກບັນດາປະເທດ, ເຂດແຄ້ວນໃນພາກພື້ນເປັນກຽດໄດ້ຮັບລາງວັນອຸທິດສ່ວນດີເດັ່ນກ່ຽວກັບການປ້ອງກັນ, ຕ້ານຕາບອດພາກພື້ນ ອາຊີ - ປາຊີຟິກ. ນີ້ແມ່ນລາງວັນສູງສົ່ງທີ່ສຸດໃນຂົງເຂດດວງຕາ ຂອງພາກພື້ນທີ່ສະຫງວນໃຫ້ແກ່ບັນດາຜູ້ມີຜົນງານດີເລີດໃນວຽກງານປ້ອງກັນ, ຕ້ານຕາບອດ.

        ກ່ອນໜ້ານັ້ນ, ທ່ານໝໍ ຫງວຽນວຽດຢາບ ກໍ່ໄດ້ເປັນກຽດຮັບນາມມະຍົດ “ນັກຮົບແຂ່ງຂັນທົ່ວປະເທດ” ປີ 2022 ຍ້ອນມີຜົນງານດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ. ປີ 2021, ປະທານປະເທດ ຫວຽດນາມ ກໍ່ໄດ້ມອບນາມມະຍົດທ່ານໝໍປະຊາຊົນ ໃຫ້ແກ່ທ່ານ ແລະ ທ່ານເປັນທ່ານໝໍທຳອິດຂອງແຂວງ ບ່າເຣ້ຍ - ຫວູງເຕົ່າ ທີ່ໄດ້ຮັບນາມມະຍົດສູງສົ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ