ຫວຽດນາມ ມານະພະຍາຍາມກາຍເປັນສູນນະວັດຕະກຳດ້ານສະບຽງອາຫານຢູ່ພາກພື້ນ

(VOVWORLD) - ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືເປີດກ່ຽວກັບ “ໄພອຶດຫິວ ແລະ ຂາດການຄ້ຳປະກັນດ້ານສະບຽງອາຫານຍ້ອນຜົນສະທ້ອນຂອງການປະທະກັນ”
ຫວຽດນາມ ມານະພະຍາຍາມກາຍເປັນສູນນະວັດຕະກຳດ້ານສະບຽງອາຫານຢູ່ພາກພື້ນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ
(ພາບ: TTXVN)

        ວັນທີ 03 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືເປີດກ່ຽວກັບ “ໄພອຶດຫິວ ແລະ ຂາດການຄ້ຳປະກັນດ້ານສະບຽງອາຫານຍ້ອນຜົນສະທ້ອນຂອງການປະທະກັນ” ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken, ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດເດືອນ ສິງຫາ, ດ້ວຍການເຂົ້າຮ່ວມ ແລະ ກ່າວຄຳເຫັນຂອງຜູ້ຕາງໜ້າທີ່ມາຈາກ 80 ປະເທດສະມາຊິກ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຮຽກຮ້ອງໃຫ້ບັນດາຝ່າຍທີ່ປະທະກັນຈົ່ງເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ, ພິເສດແມ່ນກົດໝາຍວ່າດ້ວຍມະນຸດສະທຳສາກົນ, ບໍ່ທຳລາຍພື້ນຖານໂຄງລ່າງທີ່ຈຳເປັນສຳລັບການດຳລົງຊີວິດຂອງສາມັນຊົນ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ. ພ້ອມນັ້ນ, ສະພາຄວາມໝັ້ນຄົງກໍ່ຕ້ອງສົມທົບຢ່າງແໜ້ນແຟ້ນກັບບັນດາອົງການວິຊາສະເພາະຄື: ອົງການອາຫານ ແລະ ການກະເສດ (FAO), ໂຄງການສະບຽງຫານໂລກ (WFP) ແລະ ບັນດາຄູ່ຮ່ວມມືສາກົນ ເພື່ອແກ້ໄຂຄວາມອຶດຫິວຢູ່ບັນດາເຂດເກີດການປະທະກັນ, ຮ່ວມມືກັບບັນດາອົງການຈັດຕັ້ງຢູ່ພາກພື້ນ ເພື່ອເພີ່ມທະວີຄວາມສາມາດຕ້ານທານຂອງລະບົບທັນຍາຫານ ແລະ ລະບົບສະໜອງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ