ຫວຽດນາມ ຢັ້ງຢືນ ສັນຕິພາບແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາ

(VOVWORLD) - ສັນຕິພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາ. ໃນສະພາບສົງຄາມ ແລະ ການປະທະກັນພວມປະກົດຂຶ້ນຢູ່ຫຼາຍບ່ອນໃນໂລກນັ້ນ, ສະພາຄວາມໝັ້ນຄົງ ຕ້ອງມີການເຄື່ອນໄຫວ ແລະ ມີປະສິດທິຜົນຫຼາຍກ່ວາ
ຫວຽດນາມ ຢັ້ງຢືນ ສັນຕິພາບແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ

ວັນທີ 20 ພະຈິກ, ຢູ່ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດກ່ຽວກັບ “ການຊຸກຍູ້ສັນຕິພາບແບບຍືນຍົງ ຜ່ານການພັດທະນາລວມ”. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ: ສັນຕິພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາ. ໃນສະພາບສົງຄາມ ແລະ ການປະທະກັນພວມປະກົດຂຶ້ນຢູ່ຫຼາຍບ່ອນໃນໂລກນັ້ນ, ສະພາຄວາມໝັ້ນຄົງ ຕ້ອງມີການເຄື່ອນໄຫວ ແລະ ມີປະສິດທິຜົນຫຼາຍກ່ວາ ໃນການປະຕິບັດພາລະໜ້າທີ່ ສະກັດກັ້ນການປະທະກັນ,  ສະກັດກັ້ນການຊ່ວງເສັງປະກອບອາວຸດ ແລະ ແກ້ໄຂການປະທະກັນດ້ວຍບັນດາມາດຕະການສັນຕິພາບ ເພື່ອສຸມແຫຼ່ງກຳລັງໃຫ້ແກ່ການພັດທະນາ.

        ຜູ້ຕາງໜ້າ ຫວຽດນາມ ຖືວ່າ: ສປຊ, ໃນນັ້ນມີ ສະພາຄວາມໝັ້ນຄົງ ສປຊ , ຕ້ອງມີວິທີການສຳຜັດຢ່າງຮອບດ້ານເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງ, ລົບລ້າງ ການປະທະກັນ ແລະ ຄວາມອຶດຫິວ. ການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນດາຫົວໜ່ວຍຮັກສາ ສັນຕິພາບ ແລະ ຫົວໜ່ວຍການເມືອງພິເສດ ຕ້ອງວາງອອກໃນສະພາບສັງລວມການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ບັນດາຂໍ້ລິເລີ່ມສາກົນທີ່ກ່ຽວຂ້ອງ, ມີການຄິດໄລ່ເຖິງປັດໄຈພັດທະນາໃນການລະດົມແຫຼ່ງການເງິນໃຫ້ແກ່ການສ້າງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ