ຫວຽດນາມ ຢັ້ງຢືນ ອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ

ຫວຽດນາມ ຢັ້ງຢືນ ອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທງ​ຫງີ້

(vovworld) – ວັນ​ທີ 9/5, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່ໜ້າ​ເລື່ອງ ​​ໃນ​ມໍ່ໆ​ມາ​ນີ້ ຈີນ ​ໄດ້ສົ່ງ​ກຳປັ່ນ​ຫາ​ປາ​ອອກ​ສູ່​ໝູາ​ເກາະ ​ເຈື່ອງ​ຊາ ຢ່າງ​ຕໍ່​ເນື່ອງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທງ​ຫງີ້ ຊີ້​ແຈ້ງ​ວ່າ:

ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເປັນ​ຫວ່ງທີ່​ສຸດ ​ແລະ ຕິດຕາມ​ຢ່າງ​ໃກ້ຊິດບັນດາ​ການ​ຜັນ​ແປ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ນີ້. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ທຸກໆ​ການ​ກະທຳ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ປະຕິບັດ​ຕາມ​ກົດໝາຍ​ສາກົນ ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ເຄົາລົບ​ນັບຖື​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ອັນ​ຖືກຕ້ອງ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ. ຫວຽດນາມ ຢືນຢັນ​ອະທິປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ ​ເຈື່​ອງຊາ ​ແລະ ທຸກໆ​ການ​ກະທຳ​ຢູ່​ເຂດ​ທະ​ເລ​ນີ້​ເຊິ່ງບໍ່​ໄດ້​ຮັບຄວາມ​​ເຫັນ​ດີຂອງ ຫວຽດນາມ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະມາຄົມ​ທະນາຍຄວາມ ​ແລະ ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ດົງ​ນາຍ ​ໄດ້​ຈັດກ​ອງປະຊຸມ​ແນະນຳ​ປະຫວັດຄວາມ​ເປັນ​ມາ​ກ່ຽວກັບ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ມີ​ພະນັກງານ, ຜູ້​ມີ​ສິດ​ເລືອກ​ຕັ້ງ​​ແຂວງ​ດົງ​ນາຍ ນັບ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​​. ທີ່​ກອງ​ປະຊຸມ, ນັກຄົ້ນຄວ້າ​ປະຫວັດສາດ ຫວຽດນາມ ​ເຢືອງຈຸ​ງກ໋ວກ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ດົງ​ນາຍ ຊີ້​ແຈ້ງ​ວ່າ, ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາ​ະຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຢັ້ງຢືນ​ແຕ່​ພັນໆ​ປີ​ມາ​ນີ້ ​ແລະ ປະຊາຊົນ​ຫວຽດນາມ ພວມ​ສືບ​ທອດ​ບັນດາ​ຄຸນຄ່າ​ທີ່​ມີ​ລັກ​ສະ​ນະ​ຕໍ່​​ເນື່ອງ​ຂອງ​ປະ​ຫວັດ​ສາດ ​ເພື່ອ​ສືບຕໍ່ປົກປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະບູ​ຊາຂອງ​ປະ​ເທດ​ຊາດ. ​ໄລຍະ​ກ່ອນໆ​ນີ້, ຈາກ​ສະ​ໄໝ​ລາຊະວົງ​ເລ - ​ເຈົ້າ​ຊີວິດ​ເລ​ແທ໋ງຕົງ, ​ຮົ່ງດຶກ ​ໄດ້ມີແຜນທີ່ ​ຢັ້ງຢືນ​ອະທິປະ​ໄຕ​ທີ່​ມີ​ຕໍ່ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ຮອດ​ສະ​ໄໝລາດ​ຊະ​ວົງ ຫງວຽນ ກໍ​ສືບ​ຕໍ່ຢັ້ງ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ. ​ໄລຍະ​ຕໍ່​ໄປ, ​ເມື່ອ​ຊາວ​ຝລັ່ງ ​ເຂົ້າ​ມາ​ຄອບ​ຄອງ​ປະ​ເທດ ດ້າຍ​ນາມ ​ເຂົາ​ເຈົ້າ​ຍັງ​ປະຕິບັດ​ການ​ຢັ້ງຢືນອະທິປະ​ໄຕ​ຄື​ການຈົດ​ທະບຽນ​ກັບ​ໂລກ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ນັ້ນ​ແມ່ນ​ຫຼັກ​ຖານ​ລະອຽດ​ໃນ​ປະຫວັດສາດ ​ເພື່ອ​ຢັ້ງຢືນອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ