ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການປົກ​ປ້ອງ ແລະ ສຶກ​ສາ​ເດັກ

(VOVWORLD) -     ວັນທີ 29 ມັງກອນ (ຕາມເວລາ ນິວຢອກ), ລັດເຊຍ ແລະ ກາຊັກສະຖານ ໄດ້ຈັດກອງປະຊຸມຕາມຮູບການ Arria ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ຈັດສົ່ງເດັກຈາກເຂດເກີດການປະທະກັນ ແລະ ຈາກຄ້າຍກັບເມືອເຮືອນ: ຮຽກຮ້ອງການກະທຳ”.
ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການປົກ​ປ້ອງ ແລະ ສຶກ​ສາ​ເດັກ - ảnh 1ກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ຈັດສົ່ງເດັກຈາກເຂດເກີດການປະທະກັນ ແລະ ຈາກຄ້າຍກັບເມືອເຮືອນ: ຮຽກຮ້ອງການກະທຳ”

ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ວຽກງານສະກັດກັ້ນການປະທະກັນ ແລະ ສົງຄາມ ຕ້ອງໄດ້ຮັບການແກ້ໄຂແຕ່ກົກ ໂດຍຜ່ານການສຶກສາໃຫ້ເດັກຮູ້ຈັກເຄົາລົບສັນຕິພາບ ແລະ ປະລະຄວາມຄຽດແຄ້ນ. ໃນໄລຍະປົກປ້ອງເດັດ, ລັດຖະບານບັນດາປະເທດທີ່ກ່ຽວຂ້ອງຕ້ອງມີຄວາມຮັບຜິດຊອບ ແລະ ປະຕິບັດທຸກມາດຕະການເພື່ອສະກັດກັ້ນບໍ່ໃຫ້ເດັກເຂົ້າຮ່ວມບັນດາກຳລັງປະກອບອາວຸດ ກໍຄືວາງອອກບັນດານະໂຍບາຍ ແລະ ໜູນຊ່ວຍເດັກໃຫ້ເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່ ແລະ ປະຊາຄົມສາກົນກໍຕ້ອງສະໜອງການເງິນໃຫ້ແກ່ວຽກງານດັ່ງກ່າວ. ຫວຽດນາມສະໜັບສະໜູນບົດບາດປະສານງານຂອງບັນດາອົງການ ສປຊ ກໍຄື ການປະກອບສ່ວນຂອງບັນດາອົງການໃນພາກພື້ນ ໃນການໜູນຊ່ວຍບັນດາປະເທດລົບລ້າງຄວາມທຸກຍາກ, ຊຸກຍູ້ວຽກງານການສຶກສາ ແລະ ພັດທະນາແບບຍືນຍົງຫຼັງໄລຍະເກີດການປະທະກັນ. ທ່ານນາງ ຫງວຽນເຟືອງຈ່າ ກໍຢັ້ງຢືນຄືນໃໝ່ບັນດານະໂຍບາຍ ແລະ ຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ວຽກງານເບິ່ງແບງດູແລ, ປົກປ້ອງ ແລະ ສຶກສາເດັກ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ