ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບຫຼຽນກາ SEA Games 29

(VOVWORLD) - ວັນທີ 23 ສິງຫາ, ຄະນະກິລາ ຫວຽດນາມ ສືບຕໍ່ແຂ່ງຂັນສຳເລັດຜົນຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 29 ປີ 2017 (SEA Games 29) ຢູ່ ກົວລາລຳເປີ ປະເທດ ມາເລເຊຍ. 
ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບຫຼຽນກາ SEA Games 29 - ảnh 1 (ພາບປະກອບ)

ປະຈຸບັນ ຫວຽດນາມ ບືນຂຶ້ນຢູ່ຕຳແໜ່ງທີ 2 ໃນຕາຕະລາງຈັດອັນດັບ ດ້ວຍຫຼຽນຄຳ 27 ຫຼຽນ ພຽງແຕ່ຖັດຈາກປະເທດເຈົ້າພາບ ມາເລເຊຍ ເທົ່ານັ້ນ. ສະເພາະໃນວັນທີ 23 ສິງຫາ, ບັນດານັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄຳນັບສິບຫຼຽນຕື່ມອີກຢູ່ບັນດາປະເພດກິລາຄື: ຢິມມັດສະຕິກ, ລົດຖີບ, ຟັນດາບ, ແລ່ນ - ລານ, ຄາຣາເຕໂດ. ພິເສດແມ່ນ ນັກກິລາຍິງປືນ ຮ່າມິງແທ່ງ ດີເດັ່ນທີ່ສຸດຄວ້າໄດ້ຫຼຽນຄຳຢູ່ປະເພດປືນສັ້ນຍິງໄວ 25 ແມັດ. ຜົນງານ 586 ຄະແນນຂອງ ຮ່າມິງແທ່ງ ບໍ່ພຽງແຕ່ໄດ້ທຳລາຍສະຖິຕິ SEA Games ເທົ່ານັ້ນ ຫາກຍັງນອນໃນກຸ່ມນັກກິລາຍິງປືນສາກົນ 10 ຄົນ ອີກດ້ວຍ.

ຫວຽດນາມ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບຫຼຽນກາ SEA Games 29 - ảnh 2  (ພາບປະກອບ)

ຕອບກັບ

ຂ່າວ/ບົດ​ອື່ນ