ຫວຽດນາມ ຢືນອັບດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ 2018

(VOVWORLD) - ບັນດານັກກິລາບານເຕະ ຫວຽດນາມ ໄດ້ແຂ່ງຂັນບັນລຸຜົນສຳເລັດ, ໄດ້ຊະນະທິມບານເຕະທີ່ແຂງແກ່ນໃນພາກພື້ນ ເປັນຄັ້ງທຳອິດໄດ້ເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ.

ຮອບຊິງຊະນະເລີດໃນການແຂ່ງຂັນບານເຕະ U23 ອາຊີ 2018 ລະຫວ່າງ ຫວຽດນາມ ແລະ Uzbekistan, ດຳເນີນໃນຕອນບ່າຍວັນທີ 27 ມັງກອນ ໃນສະໜາມກິລາ ຈ໋າງເຈົາ (ແຈ໋ວງຊູ - ປະເທດຈີນ) ໄດ້ສິ້ນສຸດລົງດ້ວຍຄະແນນ 2 ປະຕູຕໍ່ 1 ພາຍຫລັງການແຂ່ງຂັນມາເປັນເວລາ 120 ນາທີ. ການແຂ່ງຂັນນັດນີ້ ຖືກດຳເນີນໃນສະພາບເງື່ອນໄຂຫິມະຕົກຢ່າງຮ້າຍແຮງ.

        ເລື່ອງຢືນອັນດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ 2018 ແມ່ນຂີດໝາຍປະຫວັດສາດຂອງບານເຕະ ຫວຽດນາມ. ບັນດານັກກິລາບານເຕະ ຫວຽດນາມ ໄດ້ແຂ່ງຂັນບັນລຸຜົນສຳເລັດ, ໄດ້ຊະນະທິມບານເຕະທີ່ແຂງແກ່ນໃນພາກພື້ນ ເປັນຄັ້ງທຳອິດໄດ້ເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ.

        ວັນທີ 28 ມັງກອນ, ທິມບານເຕະ ຫວຽດນາມ ຈະເດີນທາງກັບເມືອ ຮ່າໂນ້ຍ, ເວລາ 18 ໂມງໃນວັນດຽວກັນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງ ຊົມເຊີຍຜົນງານຂອງທິມບານເຕະ U23 ຫວຽດນາມ ໃນສະໜາມກິລາ ໝີດີງ.

ຕອບກັບ

ຂ່າວ/ບົດ​ອື່ນ