ຫວຽດນາມ, ລາວ ເພີ່ມທະວີການຮ່ວມມືການສຶກສາ STEM – Robotics
(VOVWORLD) - ກອງປະຊຸມສຳມະນາໄດ້ນຳມາເຊິ່ງບັນດາຄວາມຮູ້ຕົວຈິງ, ວິທີການຜັນຂະຫຍາຍການສຶກສາ STEM ໃຫ້ແກ່ຄູສອນ ແລະ ນັກຮຽນລາວ, ພ້ອມທັງເປີດໂອກາດຮ່ວມມືໃໝ່ ລະຫວ່າງບັນດາຮາກຖານການສຶກສາສອງປະເທດ.
ນັບແຕ່ວັນທີ 26 – 27 ກັນຍາ, ຢູ່ນະຄອນ ໄກສອນ ພົມວິຫານ, ແຂວງສະຫວັນນະເຂດ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ສະຫວັນນະເຂດ ໄດ້ສົມທົບກັບສະຫະພັນ STEM ຫວຽດນາມ ແລະ ພະແນກການສຶກສາ ແລະ ບຳລຸງສ້າງແຂວງ ລ້າງເຊີນ ໄດ້ຈັດກອງປະຊຸມສຳມະນາ ແລະ ແນະນຳໂດຍກົງກ່ຽວກັບການສຶກສາ STEM (ວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ ແລະ ຄະນິດສາດ) – Robotics. ໃນສອງເວັນດຳເນີນກອງປະຊຸມສຳມະນາ, ຄູສອນ 20 ຄົນມາຈາກ ລ້າງເຊີນ ໄດ້ແນະນຳຄູ່ຮ່ວມງານ ລາວ ປະຕິບັດກັບ robot ເພື່ອໝູນໃຊ້ເຂົ້າການສິດສອນໂດຍໄວ. ກອງປະຊຸມສຳມະນາໄດ້ນຳມາເຊິ່ງບັນດາຄວາມຮູ້ຕົວຈິງ, ວິທີການຜັນຂະຫຍາຍການສຶກສາ STEM ໃຫ້ແກ່ຄູສອນ ແລະ ນັກຮຽນລາວ, ພ້ອມທັງເປີດໂອກາດຮ່ວມມືໃໝ່ ລະຫວ່າງບັນດາຮາກຖານການສຶກສາສອງປະເທດ. ນີ້ແມ່ນບາດກ້າວແທ້ຈິງປະກອບສ່ວນເຂົ້າການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນຍຸກສະໄໝໃໝ່, ພ້ອມທັງສືບຕໍ່ຮັດແໜ້ນນ້ຳໃຈມິດຕະພາບແບບພິເສດ, ສະໝີຕົ້ນສະເໝີປາຍລະຫວ່າງ ຫວຽດນາມ ແລະ ລາວ.