(vovworld) – ວັນທີ 1/7, ຢູ່ນະຄອນ ເຫ້ວ ໄດ້ຈັດກອງປະຊຸມຄັ້ງທີ 3 ລະຫວ່າງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວງຟຸກ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ ຮັບຮູ້, ຕີລາຄາສູງບັນດາຄວາມມານະພະຍາຍາມໃນການພົວພັນຮ່ວມມືລະຫວ່າງ 2 ກະຊວງໃນໄລຍະຈະມາເຖິງ, ພິເສດແມ່ນເລື່ອງເຊັນສັນຍາຮ່ວມມືແຮງງານລະຫວ່າງ 2 ລັດຖະບານ ຫວຽດນາມ ແລະ ລາວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃນໄລຍະຈະມາເຖິງ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ຄວນເພີ່ມທະວີການຮ່ວມມືກ່ຽວກັບຂອບຂະໜາດຍິ່ງກ່ວາອີກ, ມີຫຼາຍຮູບຫຼາຍແບບ, ອຸດົມສົມບຸນ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ 2 ປະເທດ.
ທີ່ກອງປະຊຸມກໍ່ໄດ້ດຳເນີນພິທີເຊັນສັນຍາຮ່ວມມືແຮງງານລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ, ຂໍ້ຕົກລົງຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມລະຫວ່າງ 2 ກະຊວງ, ບົດບັນທຶກຊ່ວຍຈຳກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັງທີ 3. ກອງປະຊຸມຄັ້ງທີ 4 ຈະຈັດຕັ້ງຢູ່ລາວໃນປີ 2015.