ຫວຽດນາມ ສືບຕໍ່ຍົກໃຫ້ເຫັນຫົວຂໍ້ “ຮ່ວມສຳພັນແລະເປັນເຈົ້າການຮັບມື” ທີ່ກອງປະຊຸມສຸດຍອດອາຊຽນ 36

(VOVWORLD) -ຄາດວ່າ, ການນຳບັນດາປະເທດອາຊຽນ ຈະຮັບຮອງເອົາຖະແຫຼງການປະທານ ກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36
ຫວຽດນາມ ສືບຕໍ່ຍົກໃຫ້ເຫັນຫົວຂໍ້ “ຮ່ວມສຳພັນແລະເປັນເຈົ້າການຮັບມື” ທີ່ກອງປະຊຸມສຸດຍອດອາຊຽນ 36 - ảnh 1 (ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ)

ກອງປະຊຸມຍຸດຍອດອາຊຽນ ຄັ້ງທີ 36 ເຊິ່ງຈະດຳເນີນຢູ່ຮ່າໂນ້ຍ ໃນວັນທີ 26 ມິຖຸນາ, ຕາມຮູບແບບອອນລາຍ. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີຂອງອາຊຽນ. ຕາມນັ້ນແລ້ວ, ບັນດາການນຳອາຊຽນ ຈະກວດກາຄືນວຽກງານນັບແຕ່ກອງປະຊຸມສຸດຍອດຄັ້ງທີ 35 ໃນເດືອນ ພະຈິກ 2019 ມາຮອດປະຈຸບັນ, ຮັບຟັງບົດລາຍງານ ແລະ ປະກອບຄຳເຫັນກ່ຽວກັບການຮ່ວມມືອາຊຽນ ໃນໄລຍະ 6 ເດືອນຕົ້ນປີ 2020 ໃນທັງ 3 ເສົາຄ້ຳ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ, ຍົກອອກການນຳນົດທິດກໍ່ສ້າງປະຊາຄົມໃນໄລຍະ 6 ເດືອນທ້າຍປີ. ພິເສດແມ່ນໃນສະພາບການປະຈຸບັນ, ຈຸດສຸມຂອງກອງປະຊຸມແມ່ນສືບຕໍ່ຮັບມືກັບໂລກລະບາດໂຄວິດ-19, ນຳອາຊຽນ ຟື້ນຟູຢ່າງໄວທີ່ສຸດພາຍຫຼັງໂລກລະບາດ.

ທີ່ກອງປະຊຸມຖະແຫຼງຂ່າວສາກົນຖືກດຳເນີນໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າ SOM ຫວຽດນາມ ຖືວ່າ.

“ໃນໄລຍະຜ່ານມາ, ໃນຖານະເປັນປະທານອາຊຽນ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະມາຊິກອາຊຽນ ອື່ນມານະພະຍາຍາມປະຕິບັດໜ້າທີ່ຄວບຄູ່, ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທັງສືບຕໍ່ບັນດາຄວາມມານະພະຍາຍາມສ້າງປະຊາຄົມ, ຜັນຂະຫຍາຍບັນດາຈຸດສຸມບຸລິມະສິດ, ບັນດາຂໍ້ລິເລິ່ມທີ່ໄດ້ວາງອອກໃນປີ 2020.”

ໃນບົດບາດເປັນປະທານອາຊຽນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານວາລະໄຂກອງປະຊຸມ, ວາລະກອງປະຊຸມຄົບຄະນະ, ບັນດາວາລະປະຊຸມພິເສດກ່ຽວກັບການເພີ່ມສິດໃຫ້ແມ່ຍິງໃນຍຸກສະໄໝດີຈີຕອນ….

ຄາດວ່າ, ການນຳບັນດາປະເທດອາຊຽນ ຈະຮັບຮອງເອົາຖະແຫຼງການປະທານ ກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ຖະແຫຼງການກ່ຽວກັບວິໄສທັດກ່ຽວກັບອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ແລະ ຖະແຫຼງການອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ໂລກທີ່ວຽກງານພວມປ່ຽນແປງ. ພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ໂດຍສືບຕໍ່ບັນດາກອງປະຊຸມຈັດກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ກອງປະຊຸມລັດຖະມົນຕີສັນຍາຄູ່ຮ່ວມມືເສດຖະກິດພາກພື້ນຮອບດ້ານ (RCEP) ກາງສະໄໝຄັ້ງທີ 10 ຖືກດຳເນີນຕາມຮູບແບບອອນລາຍ, ພາຍໃຕ້ການເປັນປະທານຂອງຫວຽດນາມ. ໂດຍເປັນປະທານ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ງຕວ໊ນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຢືນຢັນວ່າ:

“ປະຈຸບັນແມ່ນຈຸດເວລາທີ່ສຳຄັນ ເພື່ອໃຫ້ບັນດາປະເທດ RCEP ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ເລື່ອງລົງນາມໃນຂໍ້ຕົກລົງ RCEP ຈະສົ່ງສັນຍານຕັ້ງໜ້າເຖິງໂລກກ່ຽວກັບຈິດໃຈຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກກ່ຽວກັບໂລກລະບາດ ແລະ ເສດຖະກິດຂອງບັນດາປະເທດຢູ່ພາກພື້ນ. ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດໂຄວິດ-19, ບັນດາປະເທດ RCEP ຍັງດຳເນີນກອງປະຊຸມອອນລາຍຫຼາຍຄັ້ງ ເພື່ອແນໃສ່ຮັກສາກຳລັງໜູນໃຫ້ແກ່ບັນດາການເຈລະຈາຄື ສົ່ງເສີມການເຂົ້າຮ່ວມຂອງອິນເດຍ ໃນວິວັດທະນະການນີ້ໃຫ້ຫຼາຍກວ່າອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ