ຫວຽດນາມ ສືບຕໍ່ບັນລຸລະດັບເຕີບໂຕເສດຖະກິດດີຈີຕອນໄວທີ່ສຸດໃນພາກພື້ນ

(VOVWORLD) - ຕາມບົດລາຍງານແລ້ວ, ຫວຽດນາມ ສືບຕໍ່ແມ່ນປະເທດມີລະດັບເຕີບໂຕໄວທີ່ສຸດຢູ່ພາກພື້ນເປັນເວລາ 2 ປີຢ່າງລຽນຕິດ (2022 ແລະ 2023)
ຫວຽດນາມ ສືບຕໍ່ບັນລຸລະດັບເຕີບໂຕເສດຖະກິດດີຈີຕອນໄວທີ່ສຸດໃນພາກພື້ນ - ảnh 1ພິທີປະກາດມບົດລາຍງານ
(ພາບ: qdnd.vn)

        ຕາມບົດລາຍງານເສດຖະກິດດີຈີຕອນອາຊີຕາເວັນອອກສ່ຽງໃຕ້ (e-Conomy SEA report) 2023 ໂດຍ Google, Temasek ແລະ Bain & Company ປະກາດໃນວັນທີ 06 ພະຈິກ ໄດ້ອັບເດັດທ່າອ່ຽງເສດຖະກິດດີຈີຕອນຂອງ 6 ປະເທດ, ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

        ຕາມບົດລາຍງານແລ້ວ, ຫວຽດນາມ ສືບຕໍ່ແມ່ນປະເທດມີລະດັບເຕີບໂຕໄວທີ່ສຸດຢູ່ພາກພື້ນເປັນເວລາ 2 ປີຢ່າງລຽນຕິດ (2022 ແລະ 2023) ແລະ ໄດ້ຮັບການຄາດຄະເນຈະສືບຕໍ່ຮັກສາທີ່ຕັ້ງດັ່ງກ່າວໃນປີ 2025. ລະອຽດແມ່ນ,  ຫວຽດນາມ ມີລະດັບເຕີບໂຕຄວບຄູ່ 19% ແລະ ຄາດຄະເນວ່າ ຈະສືບຕໍ່ຮັກສາຕົວເລກນີ້ໃນປີ 2025. ຍອດມູນຄ່າສິນຄ້າຂອງ ຫວຽດນາມ ຄາດວ່າບັນລຸອັດຕາເຕີບໂຕຄວບຄູ່ແຕ່ລະປີ (CAGR), ຈາກ 30 ຕື້ USD ໃນປີ 2023 ຂຶ້ນເປັນເກືອບ 45 ຕື້ USD ໃນປີ 2025. ຄາດວ່າ, ການເຕີບໂຕກ່ຽວກັບຍອດມູນຄ່າສິນຄ້າໃນ 2 ປີຈະມາເຖິງ ຈະໄດ້ຮັບການນຳພາໂດຍຕະຫຼາດການຄ້າເອເລັກໂຕນິກ ແລະ ທ່ອງທ່ຽວອອນລາຍ.

        ຫວຽດນາມ ກໍ່ແມ່ນປະເທດມີລະດັບການຊຳລະດີຈີຕອນບັນລຸລະດັບເຕີບໂຕໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2023. ຄາດວ່າ, ຈະສືບຕໍ່ຮັກສາລະດັບເຕີບໂຕຄວບຄູ່ໃນແຕ່ລະປີດ້ວຍລະດັບ 13% ໃນໄລຍະ 2023 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ