ຫວຽດ​ນາມ ສືບ​ຕໍ່​ພ້ອມ​ກັນ​ອາ​ຊຽນ ຕັ້ງ​ໜ້າ​ໜູນ​ຊ່ວຍ ມຽນ​ມາ ຊຸກ​ຍູ້​ວິ​ທີ​ການ​ແກ້​ໄຂ​ສັນ​ຕິພາບ ແລະ ຍືນ​ຍົງ

(VOVWORLD) - ວັນທີ 19 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ  ໄດ້ຈັດຕັ້ງກອງປະຊຸມຕາມຮູບແບບ Arria ກ່ຽວກັບສະພາບການ ມຽນມາ ພາຍໃຕ້ການເປັນປະທານຂອງລາຊະອານາຈັກ ອັງກິດ.

ຫວຽດ​ນາມ ສືບ​ຕໍ່​ພ້ອມ​ກັນ​ອາ​ຊຽນ ຕັ້ງ​ໜ້າ​ໜູນ​ຊ່ວຍ ມຽນ​ມາ ຊຸກ​ຍູ້​ວິ​ທີ​ການ​ແກ້​ໄຂ​ສັນ​ຕິພາບ ແລະ ຍືນ​ຍົງ - ảnh 1ທ່ານນາງ ເລທິມິງທວາ,  ອັກຄະລັດຖະທູດ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ທ່ານນາງ ເລທິມິງທວາ,  ອັກຄະລັດຖະທູດ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງບົດບາດຂອງ ປະທານອາຊຽນ ໃນການເຊື່ອມຕໍ່ທຸກຝ່າຍທີ່ກ່ຽວຂ້ອງໃນການຊອກຫາວິທີການແກ້ໄຂສັນຕິພາບ ແລະ ຍືນຍົງ, ກໍ່ຄືຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ການຊ່ວຍເຫຼືອມະນຸດສະທຳ ມຽນມາ ແລະ ວິວັດທະນາການກັບເມືອບ້ານເກີດເມືອງນອນຢູ່ ລັດ Rakhine.

ຕອບກັບ

ຂ່າວ/ບົດ​ອື່ນ