ຫວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຄົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ບັນ​ຫາ ປາ​ແລັດ​ສະ​ຕິນ

(VOVWORLD) -  ວັນທີ 28 ຕຸລາ, ຢູ່ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມ, ປຶກສາຫາລືເປີດກ່ຽວກັບສະພາບການພາກພື້ນຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 46 ປະເທດ, ສະຫະພາບເອີລົບ ແລະ ສະຫະພັນ ອາຣັບ.
ຫວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຄົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ບັນ​ຫາ ປາ​ແລັດ​ສະ​ຕິນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງ ສືບຕໍ່ເພີ່ມຂຶ້ນ, ພິເສດແມ່ນຢູ່ເຂດແມ່ນ້ຳຈໍແດນ. ທ່ານເອກອັກຄະລັດຖະທູດ ຖືວ່າ ປະຊາຊົນທັງສອງຝ່າຍ ອິດສະລາແອັນ ແລະ ປາແລັດສະຕິນ ຄວນໄດ້ຊົມໃຊ້ບັນດາມາດຕະການປົກປ້ອງເທົ່າກັນ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍ, ພິເສດແມ່ນອົງການເຈົ້າໜ້າທີ່ຂອງ ອິດສະລາແອັນ ຈົ່ງລະຫງັບໃຈເພື່ອຫຼີກລ້ຽງການເກາະຜິດ, ໃຊ້ຄວາມຮຸນແຮງຕື່ມອີກ. ກ່ຽວກັບມາດຕະການໃນໄລຍະຈະມາເຖິງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຖືວ່າ ບັນດາຝ່າຍທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນອິດສະລາແອັນ, ຄວນປະຕິບັດມະຕິເລກທີ 2334 ຂອງສະພາຄວາມໝັ້ນຄົງ ສປຊ ໃຫ້ເຂັ້ມງວດ, ຢຸດຕິການເຄື່ອນໄຫວເປີດກວ້າງ, ກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃໝ່ອີກ, ຢຸດຕິການທຳລາຍເຮືອນຊານບ້ານຊ່ອງ ແລະ ຄັບໄລ່ຊາວປາແລັດສະຕິນຢູ່ ເຂດແມ່ນ້ຳຈໍແດນ, ໃນນັ້ນມີ ເຂດຕາເວັນອອກ Jerusalem.

ຕອບກັບ

ຂ່າວ/ບົດ​ອື່ນ