ຫວຽດ​ນາມ ສຸມ​ໃສ່​ປັບ​ປຸງ​ຄວາມ​ສາ​ມັກ​ຄີໃນ ອາ​ຊຽນ, ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ

(VOVWORLD) -ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ຫາກໍຈັດຂຶ້ນຢູ່ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 16 – 17 ກຸມພາ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ພາຍຫຼັງຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19. 
ຫວຽດ​ນາມ ສຸມ​ໃສ່​ປັບ​ປຸງ​ຄວາມ​ສາ​ມັກ​ຄີໃນ ອາ​ຊຽນ, ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ - ảnh 1ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ  (ພາບ: VOV)

ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດໄດ້ແລກປ່ຽນກ່ຽວກັບສິ່ງທ້າທາຍ ແລະ ວາງອອກທິດທາງການຮ່ວມມື, ພ້ອມກັນຮັບມືຢ່າງສຳເລັດຜົນ. ບັນດາລັດຖະມົນຕີໄດ້ສະຫຼຸບວ່າ ຄວາມສາມັກຄີ, ຄວາມເປັນເອກະສັນ ສືບຕໍ່ແມ່ນປັດໄຈແກ່ນສານໃນການເຄື່ອນໄຫວຂອງ ອາຊຽນ, ສັນຕິພາບ ແລະ ສະຖຽນລະພາບແມ່ນເປົ້າໝາຍ, ໂອ້ລົມສົນທະນາ ແລະ ຮ່ວມມືກັນເພື່ອພ້ອມກັນມຸ່ງໄປເຖິງອະນາຄົດ.

     ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີຍ ກໍສະເໜີບັນດາຂໍ້ລິເລີ່ມ ເປັນຕົ້ນແມ່ນ ການຕົກລົງຮັບຮອງເອົາໃບຢັ້ງຢືນການສັກວັກຊິນຂອງກັນໃນພາກພື້ນ, ນຳໃຊ້ກອງທຶນ ອາຊຽນ ປ້ອງກັນ, ຕ້ານໂຄວິດ - 19 ຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍໄດ້ກ່າວປາໄສສຳຄັນກ່ຽວກັບບັນຫາທະເລຕາເວັນອອກ ແລະ ມຽນມາ; ຢັ້ງຢືນຫຼັກໝັ້ນ, ຫຼັກການຂອງ ອາຊຽນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ ທະເລຕາເວັນອອກ, ປະຕິບັດກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ