ຫວຽດນາມ ສະຫງວນ ບຸລິມະສິດພິເສດໃຫ້ນັກຂ່າວຕ່າງປະເທດ

(VOVWORLD) -ຫວຽດນາມ ໄດ້ສ້າງສໍາເລັດສູນສື່ມວນຊົນສາກົນ (IMC) ທັນສະໄໝ, ປະກອບລະບົບໂທລະຄົມມະນາຄົມ, ໂທລະພາບດີຈີຕອນ, ສາມາດຮັບໃຊ້ນັກຂ່າວກວ່າ 3.000 ຄົນ ໃນເວລາດຽວກັນ.

ເລື່ອງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີີ ຖືກດໍາເນີນຢູ່ຮ່າໂນ້ຍ ໄດ້ດຶງດູດຄວາມສົນໃຈພິເສດຈາກສື່ມວນຊົນສາກົນ. ມີນັກຂ່າວເກືອບ 3000 ຄົນ ທີ່ມາຈາກ 40 ປະເທດ ແລະ ເຂດແຄວ້ນ ໄດ້ມາຫວຽດນາມ ເພື່ອເອົາຂ່າວ ແລະ ບົດໃນໂອກາດນີ້. ດັ່ງນັ້ນ ນອກຈາກການຮັບໃຊ້ດ້ານພະລາທິການໃຫ້ບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມແລ້ວ,ຫວຽດນາມ ກໍສະຫງວນບຸລິມະສິດພິເສດໃຫ້ບັນດານັກຂ່າວຕ່າງປະເທດອີກດ້ວຍ.

          ໂດຍຕີລາຄາວ່າ ນັກຂ່າວສາກົນສວມບົດບາດສໍາຄັນໃນເລື່ອງສົ່ງສານ ອອກສູ່ໂລກ ທີ່ວ່າ ຫວຽດນາມ ດິນແດນແຫ່ງສັນຕິພາບ, ຮັກແຂກຄົນ ສະນັ້ນ, ໃນໂອກາດນີ້, ຫວຽດນາມ ໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສື່ມວນຊົນສາກົນມາເອົາຂ່າວ ແລະ ບົດ, ນັບແຕ່ຂັ້ນຕອນແຈ້ງເອກະສານເຂົ້າເມືອງ ຕະຫຼອດຮອດການຮັບບັດເຄື່ອນໄຫວ ຢູ່ ກອງປະຊຸມ. ຫວຽດນາມ ໄດ້ສ້າງສໍາເລັດສູນສື່ມວນຊົນສາກົນ (IMC) ທັນສະໄໝ, ປະກອບລະບົບໂທລະຄົມມະນາຄົມ, ໂທລະພາບດີຈີຕອນ, ສາມາດຮັບໃຊ້ນັກຂ່າວກວ່າ 3.000 ຄົນ ໃນເວລາດຽວກັນ.  ອ້າຍ David Nathan Huntt, ນັກຂ່າວໜັງສືພິມ Asia Times ຕີລາຄາວ່າ:

        “ສູນສື່ມວນຊົນຂອງຫວຽດນາມ ໄດ້ຮັບການກະກຽມເປັນຢ່າງດີ ແລະ ເປັນມືອາຊີບທີ່ດີ ແລະ ໄດ້ປະກອບ ອຸປະກອນທີ່ທັນສະໄໝ. ທັງນີ້ ຈະຊ່ວຍໃຫ້ສື່ມວນຊົນເຄື່ອນໄຫວໄດ້ດີ ແລະ ພາບພົດຂອງ ຫວຽດນາມ ຈະຖືກໂຄສະນາສື່ໄປຍັງທົ່ວໂລກໃນໂອກາດນີ້”.

ຫວຽດນາມ ສະຫງວນ ບຸລິມະສິດພິເສດໃຫ້ນັກຂ່າວຕ່າງປະເທດ - ảnh 1 ສູນສື່ມວນຊົນສາກົນ ທັນສະໄໝ, ປະກອບລະບົບໂທລະຄົມມະນາຄົມ, ໂທລະພາບດີຈີຕອນ, ສາມາດຮັບໃຊ້ນັກຂ່າວກວ່າ 3.000 ຄົນ ໃນເວລາດຽວກັນ

        ສ່ວນທາງນະຄອນຮ່າໂນ້ຍ,ການນໍານະຄອນກໍຮັບປະກັນທຸກເງື່ອນໄຂ ທີ່ດີທີ່ສຸດໃຫ້ແກ່ນັກຂ່າວສາກົນມາເຄື່ອນໄຫວ. ທ່ານປະທານ ຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽກດຶກຈູງ ໃຫ້ຮູ້ວ່າ:

        “ທາງນະຄອນ ກໍໄດ້ສັບຊ້ອນລົດເມສອງຊັ້ນ 04 ຄັນ ໂດຍບໍ່ເສຍຄ່່າ, 10 ນາທີ ຈະມີຖ້ຽວໜຶ່ງ ເພື່ອສົ່ງນັກຂ່າວເຖິງບັນດາສະຖານທີ່ທັງໝົດເພື່ອດໍາເນີນວິຊາການ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າ ກໍໄດ້ເຊີນຊ່ວນບັນດານັກສິລະປິນທາງດ້ານອາຫານການກິນ ມາປຸງແຕ່ງອາຫານເຍື່ອງຕ່າງໆທີ່ມີຊື່ສຽງຂອງຮ່າໂນ້ຍ ຄື ເຝິ, ເຂົ້າປຸ້ນຊີ້ນປິ້ງ, ກາເຟໄຂ ... ເພື່ອຮັບໃຊ້ຢູ່ສູນສື່ມວນຊໄນ, ສໍານັກໂທລະພາບໃຫຍ່ບາງແຫ່ງ ກໍສະເໜີສະໜອງ 2 3 ສະຖານທີ່ຢູ່ອ້ອມແອ້ມ ໜອງເຕົາ, ພວກຂ້າພະເຈົ້າ ກໍສະໜອງໜ້າພຽງລ້າໆ ແລະ ຮັບປະກັນຄວາມສະຫງົບປອດໄພ. ນອກຈາກນັ້ນ, ຕອນຄໍ່າວັນທີ 26 28 ກຸມພາ, ຢູ່ອະນຸສາວະລີ ຫຼີຖ໊າຍໂຕ໋ ກໍໄດ້ຈັດບັນດາລາຍການສະແດງສິລະປະ ເພື່ອຂໍ່ານັບຮັບຕ້ອນເຫດການດັ່ງກ່າວອີກດ້ວຍ”.

        ກົມໃຫຍ່ທ່ອງທ່ຽວຫວຽດນາມ ກໍໄດ້ຜັນຂະຫຍາຍ tour ທ່ອງທ່ຽວ ໂດຍບໍ່ເສຍຄ່າຈໍານວນໜຶ່ງ ເພື່ອຢູ່ ຮ່າໂນ້ຍ ແລະ ສະຖານທີ່ທ່ອງທ່ຽວບາງແຫ່ງທີ່ມີຊື່ສຽງຢູ່ພາກເໜືອ ແລະ ພາກກາງ ໃຫ້ແກ່ນັກຂ່າວຕ່າງປະເທດໃນໂອກາດນີ້.

        ເລື່ອງຫວຽດນາມ ແລະ ນະຄອນຮ່າໂນ້ຍ ສ້າງເງື່ອນໄຂສະດວກໃຫ້ບັນດານັກຂ່າວສາກົນດໍາເນີນວິຊາການ ໃຫ້ຂ່າວກ່ຽວກັບກອງປະຊຸມສຸດຍອດຄັ້ງທີີ 2 ອາເມລິກາ - ສປປ.ເກົາຫຼີ ໄດ້ປະກອບສ່ວນສື່ສານໄວທີ່ສຸດກ່ຽວກັບເຫດການສໍາຄັນນີ້ອອກສູ່ໂລກ ພ້ອມທັງກໍແມ່ນໂອກາດເພື່ອໂຄສະນາກ່ຽວກັບປະເທດຫວຽດນາມ ສະໜິດສະໜົມ ແລະ ຮັກສັນຕິພາບ.


ຕອບກັບ

ຂ່າວ/ບົດ​ອື່ນ