ຫວຽດນາມ ສະເໜີການຮ່ວມມື ແມ່ຂອງ - ແມ່ນ້ຳຄົງຄາ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19

(VOVWORLD) - ກອງປະຊຸມໄດ້ເຫັນດີເປັນເອກະພາບຍູ້ໄວວິວັດການປະຕິບັດແຜນການເຄື່ອນໄຫວ MGC ໄລຍະ 2019 – 2022, ໃນນັ້ນບຸລິມະສິດເພີ່ມທະວີການເຊື່ອມຕໍ່ຕາເວັນອອກ - ຕາເວັນຕົກ.
ຫວຽດນາມ ສະເໜີການຮ່ວມມື ແມ່ຂອງ - ແມ່ນ້ຳຄົງຄາ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 - ảnh 1ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ:Bộ Ngoại giao)

ຕອນບ່າຍວັນທີ 1 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ໄດ້ຈັດກອງປະຊຸມບັນດາເຈົ້າໜ້າທີ່ການຕ່າງປະເທດຂັ້ນສູງການຮ່ວມມືແມ່ຂອງ - ແມ່ນ້ຳຄົງຄາ (MGC) ດ້ວຍການເຂົ້າຮ່ວມຂອງບັນດາປະເທດຄື: ອິນເດຍ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ກອງປະຊຸມໄດ້ເຫັນດີເປັນເອກະພາບຍູ້ໄວວິວັດການປະຕິບັດແຜນການເຄື່ອນໄຫວ MGC ໄລຍະ 2019 – 2022, ໃນນັ້ນບຸລິມະສິດເພີ່ມທະວີການເຊື່ອມຕໍ່ຕາເວັນອອກ - ຕາເວັນຕົກ. ຈາກນັ້ນແມ່ນພັດທະນາແຫຼ່ງຊັບພະຍາກອນມະນຸດກ່ຽວກັບດ້ານໄອທີ, ການຫັນເປັນດີຈີຕອນ ແລະ ປ່ຽນໃໝ່ມີຫົວຄິດປະດິດສ້າງ, ວິທະຍາສາດກ້າວໜ້າ; ເອົາໃຈໃສ່ປັບປຸງລະບົບການແພດສາທາລະນະ, ຄົ້ນຄ້ວາ ແລະ ພັດທະນາວັກຊິນ, ການຢາ ແລະ ອຸປະກອນການແພດ; ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນບັນດາປະເທດ MGC ຜ່ານບັນດາການເຄື່ອນໄຫວວັດທະນະທຳ, ການທ່ອງທ່ຽວ, ສື່ມວນຊົນ, ກິລາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

        ຄະນະຜູ້ແທນ ຫວຽດນາມ ໄດ້ສະເໜີການຮ່ວມມື MGC ໄລຍະຫຼັງໂລກລະບາດໂຄວິດ - 19, ເອົາໃຈໃສ່ 4 ໝວດບັນຫາ, ເຊິ່ງຈຸດສຸມແມ່ນຟື້ນຟູເສດຖະກິດ, ໜູນຊ່ວຍວິສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ (MSME) ເຂົ້າຮ່ວມລະບົບສະໜອງທົ່ວໂລກ; ຫັນເປັນດີຈີຕອນ, ສຸມໃສ່ພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ, ຜ່ານນັ້ນກໍ່ພັດທະນາການທ່ອງທ່ຽວອັດສະລິຍະ; ເພີ່ມທະວີກຳລັງຄວາມສາມາດດ້ານການແພດສາທາລະນະ, ຮັບປະກັນສິດສຳຜັດກັບວັກຊິນ, ການແພດ ແລະ ອຸປະກອນການແພດໃຫ້ຍຸຕິທຳ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ