ຫວຽດ​ນາ​ມ ​ສະ​ໜັບ​ສ​ະ​ໜູນ ອີ​ຕາ​ລີ​ ເພີ່ມ​ທະວີການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບອີຕາລີເປັນສຳຄັນ
ຫວຽດ​ນາ​ມ ​ສະ​ໜັບ​ສ​ະ​ໜູນ ອີ​ຕາ​ລີ​ ເພີ່ມ​ທະວີການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ການພົບປະເຈລະຈາ (ພາບ: ທົ້ງເຍີດ/TTXVN)

        ໃນການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານຂອງອີຕາລີ ແລະ ຫວຽດນາມ ໄດ້ຕີລາຄາສູງການພົວພັນລະຫວ່າງສອງປະເທດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງ ກ້ວາງເລິກກ່ວາອີກ; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ - ການທູດ, ເສດຖະກິດ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື່ອມຕໍ່ກັບທ້ອງຖິ່ນ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບອີຕາລີເປັນສຳຄັນ, ພ້ອມທັງຊົມເຊີຍຂໍ້ລິເລີ່ມຈະຈັດຕັ້ງການໂອ້ລົມສົນທະນາຂັ້ນສູງກ່ຽວກັບການພົວພັນເສດຖະກິດ ລະຫວ່າງ ອີຕາລີ - ອາຊຽນຄັ້ງທີ 3 ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມສະໜັບສະໜູນ ອີຕາລີ ເພີ່ມທະວີການພົວພັນກັບບັນດາປະເທດ ອາຊຽນ; ຢັ້ງຢືນວ່າ ຫວຽດນາມ, ດ້ວຍທີ່ຕັ້ງແມ່ນໃຈກາງໃນຕາໜ່າງ FTA ທີ່ກ້ວາງຂວາງຂອງພາກພື້ນ ອາຊີ ປາຊີຟິກ, ຈະແມ່ນປະຕູເຂົ້າອອກໃຫ້ແກ່ບັນດາວິສາຫະກິດ ອີຕາລີ ແຊກຊຶມເຂົ້າໃນຕະຫຼາດ ອາຊີຕາເວັນອອກ ສ່ຽງໃຕ້ ແລະ ອາຊີ -ປາຊີຟີກ. ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ຄວາມສຳຄັນຂອງບັນດາສັນຍາການຄ້າເສລີລະຫວ່າງ ຫວຽດນາມ - EU (EVFTA) ແລະ ສັນຍາການລົງທຶນ ລະຫວ່າງ ຫວຽດນາມ - EU (EVIPA). ທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte ໄດ້ຢັ້ງຢືນວ່າຈະສະໜັບສະໜູນ ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນບັນດາສັນຍາດັ່ງກ່າວໂດຍໄວ.

         ນາຍົກລັດຖະມົນຕີສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນຫາຫຼາຍຢ່າງໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ຄືສະຫະປະຊາຊາດ, ASEM, ASEN –EU. ນາຍົກລັດຖະມົນຕີສອງທ່ານໄດ້ຢັ້ງຢືນເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄຟໃນການເດີນເຮືອ ແລະ ການບິນ ຢູ່ ທະເລຕາເວັນອອກສຳຫຼັບພາກພື້ນ ແລະ ສາກົນ, ກໍ່ຄືເລື່ອງແກ້ໄຂບັນດາຂໍ້ຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນໃນນັ້ນມີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ 1982 (UNCLOS).

 ສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕທັງສອງ ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວ. ທ່ານນາຍົກລັດຖະມົນຕີອີຕາລີ ຖືວ່າ : 2 ປະເທດພວມມີຄວາມສະດວກຫຼາຍຢ່າງເພື່ອຍົກລະດັບການພົວພັນຮ່ວມມືໃນຫຼາຍຂົງເຂດບົນພື້ນຖານຂໍ້ຕົກລົງຮ່ວມມືຍຸດທະສາດຫວຽດນາມ-ອີຕາລີ ໄດ້ສ້າງຂຶ້ນເມື່ອປີ 2013. ທ່ານຢືນຢັນວ່າ ຫວຽດນາມຍາມໃດກໍແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງອີຕາລີໃນອາຊຽນ. 

    ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕທັງສອງ ໄດ້ເຫັນດີຊຸກຍູ້ການພົວພັນລະຫວ່າງສອງປະເທດ ເຂົ້າສູ່ລວງເລິກດ້ວຍບັນດາກົນໄກສົນທະນາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.....

ຕອບກັບ

ຂ່າວ/ບົດ​ອື່ນ