ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ

(VOVWORLD) - ລັດຖະບານ ສ.ເກົາຫຼີ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຖື ຫວຽດນາມ ເປັນຄູ່ຮ່ວມມືຈຸດສູມໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຢູ່ພາກພື້ນ.
ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ - ảnh 1ທີ່ການພົບປະ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ວັນທີ 31 ພຶດສະພາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Han Duck-soo ຢືນຢັນວ່າ, ລັດຖະບານ ສ.ເກົາຫຼີ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຖື ຫວຽດນາມ ເປັນຄູ່ຮ່ວມມືຈຸດສຸມໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຢູ່ພາກພື້ນ. ທ່ານຊົມເຊີຍເລື່ອງທ່ານລັດຖະມົນຕີ ບຸຍແທັງເຊີນ ມາຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະ ເຊື່ອໝັ້ນວ່າ, ການຢ້ຽມຢາມນີ້ຈະເປັນພື້ນຖານສຳຄັນປະກອບສ່ວນຊຸກຍູ້, ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າ.

        ສ່ວນທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ກະຊວງການຕ່າງປະເທດ ຫວຽດນາມ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ສ.ເກົາຫຼີ ແລະ ບັນດາອົງການທີ່ມີໜ້າທີ່ຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານກວ່າ, ໃນນັ້ນ, ຈຸດສຸມແມ່ນປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ