ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ​ກ່າວ​ຄຳ​ເຫັນຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ເລື່ອງລັດ​ຖະ​ບານ Haiti ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ

(VOVWORLD) -ໃນວັນທີ 19 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມອອນລາຍ ເພື່ອປຶກສາຫາລືສະພາບການ ແລະ ເນື້ອໃນບົດລາຍງານຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບການເຄື່ອນໄຫວຂອງຫ້ອງ ການປະສານງານ ຂອງ ສປຊ ປະຈຳ Haiti (BINUH). 
ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ​ກ່າວ​ຄຳ​ເຫັນຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ເລື່ອງລັດ​ຖະ​ບານ Haiti ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ - ảnh 1ພາບປະກອບ: AP 

ທີ່ກອງປະຊຸມ, ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບົດກ່າວຄຳເຫັນຮ່ວມກັນ, ສະແດງຄວາມວິຕົກກັງວົນກ່ຽວກັບບັນດາຄວາມຫຍຸ້ງຍາກ, ຄວາມຂາດສະຖຽນລະພາບ ໃນຫຼາຍດ້ານ ທີ່ກ່ຽວຂ້ອງເຖິງສະພາບການຢູ່ Haiti, ພິເສດແມ່ນບັນດາຜົນກະທົບຫຍໍ້ທໍ້ຈາກ ໂລກລະບາດ Covid -19, ສອງປະເທດກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານ Haiti ໃນການປະຕິຮູບລັດຖະທຳມະນູນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ Haiti ເພີ່ມທະວີການໂອ້ລົມສົນທະນາຢ່າງຮອບດ້ານ, ສະໜັບສະໜູນຂະບວນການເລືອກຕັ້ງ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ, ບັນດາປະເທດໃນພາກພື້ນ ເພີ່ມທະວີການໜູນຊ່ວຍ Haiti ນັບທັງດ້ານການເມືອງ ແລະ ເຕັກນິກໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກນີ້, ສອງປະເທດໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫ້ອງ ການປະສານງານຂອງ ສປຊ ປະຈຳ Haiti ໄດ້ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍ Haiti ໃນໄລຍະທີ່ຜ່ານມາ, ສະເໜີໃຫ້ ຫ້ອງການດັ່ງກ່າວກຳນົດບັນດາມາດຕະການຢ່າງລະອຽດເພື່ອໜູນຊ່ວຍ Haiti ແກ້ໄຂບັນດາບັນຫາເຄັ່ງຮ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ