ຫວຽດນາມ ຮ່ວມ​ແຮງຮ່ວມ​ໃຈ, ມາ​ນະພະ​ຍາ​ຍາມ​ພ້ອມ​ກັບ​ປະຊາ​ຄົມ​ສາກົນ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

(VOVWORLD) -     ເນື່ອງໃນໂອກາດຈັດກອງປະຊຸມອອນລາຍກ່ຽວກັບຄວາມໝັ້ນຄົງ ແລະ ດິນຟ້າອາກາດ Berlin ຄັ້ງທີ 2  ໃນວັນທີ 24 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ສົ່ງສານເຖິງກອງປະຊຸມ ແລະ ໄດ້ແນະນໍາ, ເອົາລົງໃນກອງປະຊຸມ.
ຫວຽດນາມ ຮ່ວມ​ແຮງຮ່ວມ​ໃຈ, ມາ​ນະພະ​ຍາ​ຍາມ​ພ້ອມ​ກັບ​ປະຊາ​ຄົມ​ສາກົນ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: VGP)

ໃນສານສະບັບນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເນັ້ນໜັກວ່າ ບໍ່ມີປະເທດໃດສາມາດແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດໄດ້ດ້ວຍຕົນເອງ ແລະ ສິ່ງດັ່ງກ່າວນີ້ ໄດ້ຮຽກຮ້ອງໃຫ້ມີການກະທໍາ, ຮັບມືໃນທົ່ວໂລກ. ບັນດາປະເທດຄວນປະຕິບັດບັນດາຂໍ້ຕົກລົງວ່າດ້ວຍດິນຟ້າອາກາດສາກົນໃນຂອບເຂດສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍສະເພາະແມ່ນ ອະນຸສັນຍາ ກຽວໂຕ ແລະ ຂໍ້ຕົກລົງ ປາຣີ, ໃນນັ້ນບັນດາປະເທດພັດທະນາ ແລະ ບັນດາປະເທດປ່ອຍອາຍພິດຂະໜາດໃຫຍ່ ຕ້ອງສວມບົດບາດນໍາໜ້າໃນການປະຕິບັດບັນດາເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ການໜູນຊ່ວຍບັນດາປະເທດພັດທະນາຮັບມືຢ່າງມີປະສິດທິຜົນກັບການປ່ຽນແປງຂອງດິນຟ້າອາກາດກໍຕ້ອງໄດ້ຮັບການເພີ່ມທະວີ, ພິເສດແມ່ນກ່ຽວກັບການເງິນ ແລະ ການມອບໂອນເຕັກໂນໂລຢີ. ທ່ານ ຟ້າມບິ່ງມິນ ກ່າວວ່າ:

        “ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ສະໜັບສະໜູນ ແລະ ຮ່ວມແຮງຮ່ວມໃຈ, ມານະພະຍາຍາມພ້ອມກັບປະຊາຄົມສາກົນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນຮ້າຍຢ້ອນຫຼັງຂອງມັນ, ພິເສດໃນຖານະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 2021. ຫວຽດນາມ ຢາກສືບຕໍ່ໄດ້ຮັບການສົມທົບຢ່າງຕັ້ງໜ້າກັບບັນດາປະເທດໃນໂລກໃນບັນດາຄວາມມານະພະຍາຍາມນີ້ ເພື່ອມຸ່ງໄປເຖິງເປົ້າໝາຍສຸດທ້າຍແມ່ນ ສັນຕິພາບ, ຄວາມໝັ້້ນຄົງ, ການພັດທະນາໃຫ້ແກ່ປະຊາຊົນທຸກຄົນ.”

        

ຕອບກັບ

ຂ່າວ/ບົດ​ອື່ນ