ຫວຽດນາມ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ສົມທົບດ້ານນະໂຍບາຍເພື່ອຮັບປະກັນສິດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ນຳສະເໜີຂໍ້ຄຳຫັນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍ, ຄວາມຂາດສະຖຽນລະພາບລະຫວ່າງ ຍິງ - ຊາຍ ເຊິ່ງແມ່ຍິງພວມປະເຊີນໜ້າໃນປະຈຸບັນ
ຫວຽດນາມ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ສົມທົບດ້ານນະໂຍບາຍເພື່ອຮັບປະກັນສິດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1(ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ)

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ (08 ມີນາ), ວັນທີ 07 ມີນາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມປຶກສາຫາລືດ້ວຍຫົວຂໍ້ “ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນອອກມະຕິ 1352”. ກອງປະຊຸມປຶກສາຫາລືໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າເກືອບ 90 ປະເທດສະມາຊິກ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ນຳສະເໜີຂໍ້ຄຳຫັນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍ, ຄວາມຂາດສະຖຽນລະພາບລະຫວ່າງ ຍິງ - ຊາຍ ເຊິ່ງແມ່ຍິງພວມປະເຊີນໜ້າໃນປະຈຸບັນ ແລະ ເສີມຂະຫຍາຍບົດບາດຂອງແມ່ຍິງສຳລັບຄວາມໝັ້ນຄົງ ແລະ ສັນຕິພາບ. ຜູ້ຕາງໜ້າ ຫວຽດນາມ ຖືວ່າ, ປະຊາຄົມສາກົນຕ້ອງເພີ່ມທະວີການຮ່ວມມື, ສົມທົບດ້ານນະໂຍບາຍຮັບປະກັນບັນດາສິດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ພ້ອມທັງຮຽກຮ້ອງຍູ້ແຮງບັນດາລາຍການ, ມາດຕະການໜູນຊ່ວຍກຳລັງຄວາມສາມາດຂັ້ນທ້ອງຖິ່ນ, ລະດັບຊາດ, ພາກພື້ນ ແລະ ທົ່ວໂລກ ເພື່ອໃຫ້ແມ່ຍິງໄດ້ເຂົ້າຮ່ວມ, ຍົກສູງສິດທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ຕາມມະຕິສະພາຄວາມໝັ້ນຄົງ 1889 ໄດ້ຮັບຮອງເອົາປີ 2009 ໂດຍ ຫວຽດນາມ ສະເໜີ ເມື່ອແບກຫາບບົດບາດເປັນປະທານສະພາຄວາມໝັ້ນຄົງ (ເດືອນ ຕຸລາ 2009).

ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດເລກທີ 1325 ປີ 2000 ຮຽກຮ້ອງເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນບັນດາຄວາມມານະພະຍາຍາມແກ້ໄຂການປະທະກັນ ແລະ ຮັກສາສັນຕິພາບຢູ່ທຸກຂັ້ນ, ກໍຄືປົກປ້ອງແມ່ຍິງ ແລະ ເດັກຍິງໃຫ້ຫຼຸດພົ້ນອອກຈາກການໃຊ້ຄວາມຮຸນແຮງໃນບັນດາການປະທະກັນ. ນັບແຕ່ນັ້ນມາ, “ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ” ແມ່ນໂຄງການດຳເນີນງານສຳຄັນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍເລື່ອງ ຮັບຮອງເອົາມະຕິ 10 ສະບັບກ່ຽວກັບຫົວຂໍ້ນີ້. ດ້ວຍຫົວຂໍ້ນີ້, ຫວຽດນາມ ມີບັນດາການປະກອບສ່ວນ ຢ່າງແທດຈິງໃນທັງ 2 ອາຍຸການຮັບດຳລົງຕຳແໜ່ງກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ 2008-2009 ແລະ 2020-2021.

ຕອບກັບ

ຂ່າວ/ບົດ​ອື່ນ