ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸ​ມຄະ​ນ​ະ​ກຳ​ມະ​ການ​ອາ​ຊຽນ ຢູ່​ປາ​ຣີ

(VOVWORLD) - ທ່ານ ດິນຕວນທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາວຽກງານລວມຂອງ ACP.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸ​ມຄະ​ນ​ະ​ກຳ​ມະ​ການ​ອາ​ຊຽນ ຢູ່​ປາ​ຣີ - ảnh 1

 ທ່ານເອກອັກຄະລັດຖະທູດ ດິນຕວນທັງ (ພາບ: ttxvn)

  ວັນທີ 13 ພຶດສະພາ, ທ່ານ ດິນຕວນທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການອາຊຽນ ຢູ່ປາຣີ (ASEAN Committee in Paris-ACP). ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີເອກອັກຄະລັດຖະທູດ 10 ປະເທດອາຊຽນ ປະຈຳປາຣີ. ກອງປະຊຸມໄດ້ສຳຫຼວດກວດຄືນບາງໝາກຜົນບັນລຸໄດ້ໃນວຽກງານຂອງ ACP ໃນອາຍຸການປະທານຜັດປ່ຽນ ACP  ຂອງ Indonesia, ປຶກສາຫາລືບັນດາການກຳນົດທິດວຽກງານໃນໄລຍະຈະມາເຖິງ. ນະທີ່ນີ້,  ທ່ານ ດິນຕວນທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາວຽກງານລວມຂອງ ACP, ປະກອບສ່ວນຊຸກຍູ້ການຮ່ວມມື, ພັດທະນາ, ປັບປຸງຄວາມສາມັກຄີໃນກຸ່ມ ອາຊຽນ ກໍ່ຄືການຮ່ວມມືລະຫວ່າງອາຊຽນ-ຝະລັ່ງ ເວົ້າສະເພາະ ແລະ ອາຊຽນ ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ