ຫວຽດນາມ ເຂົ້າຮ່ວມງານມະໂຫລານຟິມຮູບເງົາ ອາຊຽນ ຄັ້ງທີ 1 ຢູ່ ຮົ່ງກົງ, ປະເທດ ຈີນ

(VOVWORLD) - ຈຸດປະສົງຂອງເຫດການວັດທະນະທຳດັ່ງກ່າວ ແມ່ນປາດຖະໜາຢາກແນະນຳຄວາມງາມເປັນຫຼາຍຮູບຫຼາຍແບບທາງດ້ານວັດທະນະທຳ, ຮີດຄອງປະເພນີຂອງປະຊາຄົມ ອາຊຽນ ມາສູ່ຜູ້ຊົມ ຮົ່ງກົງ
ຫວຽດນາມ ເຂົ້າຮ່ວມງານມະໂຫລານຟິມຮູບເງົາ ອາຊຽນ ຄັ້ງທີ 1 ຢູ່ ຮົ່ງກົງ, ປະເທດ ຈີນ - ảnh 1ມີ14 ຟິມຮູບເງົາທີ່ມາຈາກ 8 ພື້ນຖານຟິມຮູບເງົາຢູ່ພາກພື້ນ ອາຊຽນ ເຂົ້າຮ່ວມ
(ພາບ: TTXVN)

ງານມະໂຫລານຟິມຮູບເງົາ ອາຊຽນ ຄັ້ງທີ 1 ພວມຈັດຂຶ້ນຢູ່ເຂດບໍລິຫານພິເສດ ຮົ່ງກົງ, ປະເທດ ຈີນ, ແຕ່ວັນທີ 04 – 19 ສິງຫາ.

ນີ້ແມ່ນການເຄື່ອນໄຫວໂດຍສະມາຄົມ ຮົ່ງກົງ - ອາຊຽນ ພ້ອມກັບສະຖານກົງສູນໃຫຍ່ບັນດາປະເທດ ອາຊຽນ ປະຈຳ ຮົ່ງກົງ (ປະເທດ ຈີນ) ແລະ ຫຼາຍຄູ່ຮ່ວມມືສົມທົບກັນຈັດຂຶ້ນ. ຈຸດປະສົງຂອງເຫດການວັດທະນະທຳດັ່ງກ່າວ ແມ່ນປາດຖະໜາຢາກແນະນຳຄວາມງາມເປັນຫຼາຍຮູບຫຼາຍແບບທາງດ້ານວັດທະນະທຳ, ຮີດຄອງປະເພນີຂອງປະຊາຄົມ ອາຊຽນ ມາສູ່ຜູ້ຊົມ ຮົ່ງກົງ ຜ່ານບັນດາເລື່ອງລາວໃນຟິມຮູບເງົາ ເພື່ອຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈກ່ຽວກັບວັດທະນະທຳພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ເຮັດໃຫ້ການພົວພັນດ້ານວັດທະນະທຳ ແລະ ເສດຖະກິດລະຫວ່າງ ຮົ່ງກົງ (ຈີນ) ແລະ ອາຊຽນ ໃຫ້ເລິກເຊິ່ງກວ່າເກົ່າ.

14 ຟິມຮູບເງົາທີ່ມາຈາກ 8 ພື້ນຖານຟິມຮູບເງົາຢູ່ພາກພື້ນ ອາຊຽນ ລວມມີ: ກຳປູເຈຍ, ໄທ, ຫວຽດນາມ, ລາວ, ມາເລເຊຍ, ບຣຸໄນ ແລະ ສິງກະໂປ ຈະໄດ້ສາຍໃນງານມະໂຫລານຟິມຮູບເງົາຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ