ຫວຽດນາມ ແມ່ນຄັນທຸງນຳໜ້າຂອງ ອາຊຽນ

(VOVWORLD) -  ແວັບໄຊຂອງສຳນັກຂ່າວສານ Infox.ru (ປະເທດລັດເຊຍ) ໄດ້ລົງບົດຂຽນຂອງທ່ານ Grigory Trofimchuk, ນັກຊ່ຽວຊານໃນຂົງເຂດນະໂຍບາຍການຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ດ້ວຍຫົວຂໍ້ວ່າ: “ຫວຽດນາມ - ຄັນທຸງນຳໜ້າຂອງ ອາຊຽນ
ຫວ່າງແລ້ວນີ້, ແວັບໄຊຂອງສຳນັກຂ່າວສານ Infox.ru (ປະເທດລັດເຊຍ) ໄດ້ລົງບົດຂຽນຂອງທ່ານ Grigory Trofimchuk, ນັກຊ່ຽວຊານໃນຂົງເຂດນະໂຍບາຍການຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ດ້ວຍຫົວຂໍ້ວ່າ: “ຫວຽດນາມ - ຄັນທຸງນຳໜ້າຂອງ ອາຊຽນ”, ໃນນັ້ນໄດ້ເນັ້ນໜັກເປັນພິເສດເຖິງບົດບາດນຳພາຂອງ ຫວຽດນາມ ໃນພາກພື້ນ. ບົດຂຽນໄດ້ຢັ້ງຢືນວ່າ: ອາຊຽນ ແມ່ນຄູ່ຮ່ວມມືສຳຄັນ, ໂດຍສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານເລື່ອງ ຫວ່າງມໍ່ໆມານີ້, ລັດເຊຍໄດ້ຮັບຮອງເອົາ “ແຜນການເຄື່ອນໄຫວຮອບດ້ານປະຕິບັດຄູ່ຮ່ວມມືຍຸດທະສາດລະຫວ່າງສະຫະພັນລັດເຊຍ ແລະ ອາຊຽນ ໄລຍະ 2021 - 2025”. ຫວຽດນາມ ບໍ່ພຽງແຕ່ເປັນໜຶ່ງໃນຄັນທຸງນຳໜ້າຂອງພາກພື້ນອາຊຽນ ເທົ່ານັ້ນ ຫາກຍັງສະແດງບົດບາດນຳພາຂອງຕົນຢ່າງແທ້ຈິງ. ກຳລັງແຮງຂອງ ຫວຽດນາມ ແມ່ນ ຫວຽດນາມ ມີອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດນັບມື້ນັບສູງຂຶ້ນໃນເວທີສາກົນ, ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດຶງດູດ, ໝັ້ນຄົງທາງດ້ານການເມືອງ ແລະ ນະໂຍບາຍການຕ່າງປະເທດສາມາດຄາດເດົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ