ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ກຳ​ປູ​ເຈຍ ໃນ​ກຸ່ມ ອາ​ຊຽນ

(VOVWORLD) - ຍອດວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ກຳປູເຈຍ ບັນລຸກວ່າ 2,8 ຕື້ USD, ເພີ່ມຂຶ້ນເກືອບ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. 
ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ກຳ​ປູ​ເຈຍ ໃນ​ກຸ່ມ ອາ​ຊຽນ - ảnh 1ຜະລິດຕະພັນເຫຼັກກ້າຂອງບໍລິສັດຫຸ້ນສ່ວນເຫຼັກກ້າ ຫວຽດດຶກ  (ພາບ:TTXVN)

ໃນ 5 ເດືອນຕົ້ນປີ 2023, ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນກຸ່ມ ອາຊຽນ ດ້ວຍຍອດວົງເງິນການຄ້າສອງຝ່າຍກວມເອົາເກືອບ 50% ຍອດວົງເງິນການຄ້າລະຫວ່າງ ກຳປູເຈຍ ກັບບັນດາປະເທດໃນພາກພື້ນ ອາຊຽນ.

ໃນບົດຂ່າວລົງວັນທີ 8 ກໍລະກົດ, ສື່ເອເລັກໂຕນິກ sbm.news ຂອງ ກຳປູເຈຍ, ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການຄ້າ ກຳປູເຈຍ, ໂດຍໃຫ້ຮູ້ວ່າ ໃນໄລຍະດັ່ງກ່າວ, ຍອດວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ກຳປູເຈຍ ບັນລຸກວ່າ 2,8 ຕື້ USD, ເພີ່ມຂຶ້ນເກືອບ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຈຳນວນສິນຄ້າສົ່ງອອກຂອງ ກຳປູເຈຍ ໄປຍັງ ຫວຽດນາມ ບັນລຸປະມານ 1,3 ຕື້ USD, ໃນຂະນະທີ່ ກຳປູເຈຍ ນຳເຂົ້າສິນຄ້າຈາກ ຫວຽດນາມ ລວມມູນຄ່າກວ່າ 1,5 ຕື້ USD. ດ້ວຍທ່າເຕີບໂຕດ້ານການຄ້າທີ່ເປັນໜ້າຊື່ນຊົມໃນຊຸມເດືອນຕົ້ນປີນີ້, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ກຳປູເຈຍ ໃນໂລກ ອີກດ້ວຍ, ເຊິ່ງຖັດຈາກ ຈີນ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ