ຫວຽດ​ນາມ ແລະ ກ​ຳ​ປ​ູ​ເຈຍ ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ແນວ​ໂຮ​ມ

(VOVWORLD) - ການນຳສອງຄະນະຜູ້ແທນໄດ້ພ້ອມກັນແລກປ່ຽນຄຳເຫັນກ່ຽວກັບແຜນການສົມທົບກັນໃນການເຄື່ອນໄຫວຈັດຕັ້ງບັນດາກອງປະຊຸມສາກົນເຊິ່ງສອງຝ່າຍຈະເປັນເຈົ້າພາບໃນໄລຍະຈະມາເຖິງ, ເຫັນດີເປັນເອກະພາບສ້າງບັນດາກຸ່ມປະຕິບັນງານເຊື່ອມຕໍ່ກັນເພື່ອແລກປ່ຽນ, ໜູນຊ່ວຍ ແລະ ຊ່ວຍເຫຼືອກັນໃນການປະຕິບັດເນື້ອໃນ ແລະ ວິທີການຈັດຕັ້ງບັນດາກອງປະຊຸມ.
ຫວຽດ​ນາມ ແລະ ກ​ຳ​ປ​ູ​ເຈຍ ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ແນວ​ໂຮ​ມ - ảnh 1

ກອງປະຊຸມເຈລະຈາລະຫວ່າງແນວໂຮມຫວຽດນາມ - ກຳປູເຈຍ (ພາບ: TTXVN)

ຕອນບ່າຍວັນທີ 13 ກໍລະກົດ, ຢູ່ ນະຄອນ ໂຮ່ຈີມິນ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍ ທ່ານ ເຮົ່າອາເລັ່ງ, ຮອງປະທານ, ເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ໄດ້ເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໂດຍທ່ານ ແຍມ ວາລີ, ລັດຖະມົນຕີກະຊວງພິທີການ - ສາສະໜາ, ຮອງປະທານທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ນຳໜ້າ.

        ທີ່ການເຈລະຈາ,ຄະນະຜູ້ແທນແນວໂຮມຂອງສອງປະເທດໄດ້ແລກປ່ຽນ, ຕີລາຕາຜົນງານຂອງການປະຕິບັດງານແນວໂຮມລະຫວ່າງສອງປະເທດໃນໄລຍະຜ່ານມາ, ສະຫຼຸບເບື້ອງຕົນການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງແນວໂຮມ ຫວຽດນາມ - ລາວ - ກຳປູເຈຍ ແລະ ໝາກຜົນຂອງການປະຕິບັດຖະແຫຼງການຮ່ວມກ່ຽວກັບການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ລະຫວ່າງ ຫວຽດນາມ -ກຳປູເຈຍ ທີ່ໄດ້ຮັບການລົງນາມໃນວັນທີ 16 ສິງຫາ 2017. ການນຳສອງຄະນະຜູ້ແທນໄດ້ພ້ອມກັນແລກປ່ຽນຄຳເຫັນກ່ຽວກັບແຜນການສົມທົບກັນໃນການເຄື່ອນໄຫວຈັດຕັ້ງບັນດາກອງປະຊຸມສາກົນເຊິ່ງສອງຝ່າຍຈະເປັນເຈົ້າພາບໃນໄລຍະຈະມາເຖິງ, ເຫັນດີເປັນເອກະພາບສ້າງບັນດາກຸ່ມປະຕິບັນງານເຊື່ອມຕໍ່ກັນເພື່ອແລກປ່ຽນ, ໜູນຊ່ວຍ ແລະ ຊ່ວຍເຫຼືອກັນໃນການປະຕິບັດເນື້ອໃນ ແລະ ວິທີການຈັດຕັ້ງບັນດາກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ