ຫວຽດ​ນາມ ແລະ ນິວ​ຊີ​ແລນ ລົງ​ນາມ​ໃນ​​ໂຄງການ​ເຄື່ອນ​ໄຫວ ໄລ​ຍະ 2021 – 2024 ແນ​ໃສ່​ຜັນ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) -ວັນທີ 08 ທັນວາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລັນ Nanaia Mahuta ໄດ້ພ້ອມກັນລົງນາມໃນໂຄງການເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ເພື່ອແນໃສ່ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.
ຫວຽດ​ນາມ ແລະ ນິວ​ຊີ​ແລນ ລົງ​ນາມ​ໃນ​​ໂຄງການ​ເຄື່ອນ​ໄຫວ ໄລ​ຍະ 2021 – 2024 ແນ​ໃສ່​ຜັນ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 1ພິທີລົງນາມໃນໂຄງການ ເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ແບບທາງໄກ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຊື່ອໝັ້ນວ່າ ດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ກວ້າງເລິກ, ໂຄງການເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ຈະຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະຈະມາເຖິງຫຼາຍກວ່າອີກ. ທ່ານກໍສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສອງປະເທດຍັງສືບຕໍ່ຮັກສາກົນໄກຮ່ວມມືໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ກະສິກຳ, ສາທາລະນະສຸກ ໃນປີຜ່ານມາ ໃນຂະນະທີ່ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ.

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ນິວຊີແລນ Nanaia Mahuta ເນັ້ນໜັກວ່າ ນິວຊີແລນ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນການຟື້ນຟູເສດຖະກິດ; ພ້ອມທັງຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດ ການຄ້າ - ການລົງທຶນ, ການສຶກສາ, ເສດຖະກິດດີຈີຕອນ ແລະ ການປ່ຽນແປງຂອງດິນຟ້າອາກາດ ໃຫ້ຫຼາຍກວ່າອີກ ແລະ ສູ້ຊົນບັນລຸວົງເງິນການຄ້າສອງສົ້ນໃຫ້ໄດ້ 2 ຕື້ USD ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ