(vovworld) – ທີ່ການຕ້ອນຮັບປະທານສານສູງສຸດ ສ. ບຸນກາຣີ ທ່ານ Lasar Georgiev Gruev ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 10/10, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ຕີລາຄາສູງເລື່ອງ 2 ປະເທດແລກປ່ຽນບັນດາການຢ້ຽມຢາມທຸກຂັ້ນເປັນປະຈຳ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ພ້ອມທັງຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ບຸນກາຣີ ແມ່ນບຸລິມະສິດຢູ່ພາກພື້ນ.
ທ່ານປະທານສານ Lasar Georgiev Gruev ສະແດງຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດຍຸຕິທຳ, ພ້ອມທັງຊຸກຍູ້ການແລກປ່ຽນຄະນະຜູ້ແທນລະຫວ່າງ 2 ຝ່າຍໃນຂົງເຂດນີ້ກ່ວາອີກ. ເນື່ອງໃນການຢ້ຽມຢາມນີ້, ຂະແໜງສານ 2 ປະເທດໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ເປັນພື້ນຖານຊຸກຍູ້ການຮ່ວມມືດ້ານຍຸຕິທຳລະຫວ່າງ 2 ຝ່າຍກ່ວາອີກ.