ຫວຽດນາມ ແລະ ປາຣາກວາຍ ຊຸກຍູ້ການແລກປ່ຽນການຄ້າ

ຫວຽດນາມ ແລະ ປາຣາກວາຍ ຊຸກຍູ້ການແລກປ່ຽນການຄ້າ - ảnh 1
​ທ່ານ ຫງວຽນ​ດີງທາວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ແລະ
ທ່ານ​ເອກ​ອັກຄະ​ລັດຖະທູດ Luis Fernando Avalos
(ພາບ: vietnam+)


(vovworld) - ວັນ​ທີ 07/04 ທີ່​ການ​ເຮັດ​ວຽກ​ກັບ​ທ່ານ ຫງວຽນ​ດີງທາວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ ອັກ​ຊັງ​ຕີນ ທັງ​ຮັບຜິດຊອບ​ບັນຫາ ປາຣາກວາ​ຍ ຢູ່​ນະຄອນ Asuncion, ທ່ານ​ເອກ​ອັກຄະ​ລັດຖະທູດ Luis Fernando Avalos ຫົວໜ້າ​ກົມ​ໃຫຍ່​ຮັບຜິດຊອບ​ນະ​ໂຍບາຍ 2 ຝ່າຍ​ກະ​ຂວງ​ການ​ຕ່າງປະ​ເທດ ປາຣາກວາ​ຍ ຢືນຢັນ​ຄວາມ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ແລກປ່ຽນ​ດ້ານການ​ຄ້າ 2 ຝ່າຍ​ກ່ວາ​ອີກ. ທ່ານ Avalos ຕີ​ລາຄາ​ສູງ​ບັນດາ​ບົດຮຽນ​ໃນ​ພາລະກິດ​ປ່ຽນ​ໃໝ່​ຂອງ ຫວຽດນາມ ​ແລະ ສະ​ເໜີ 2 ຝ່າຍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ເອກະສານ​ເຊິ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ ກໍ່​ຄື​ການ​ລົງ​ນາມ​ໃນ​ບັນດາ​ເອກະສານ​ສະບັບ​ໃໝ່ ​ເພື່ອ​ແນ​ໃສ່​ສຳ​ເລັດກອບ​ກົດໝາຍ​ໃຫ້​ແກ່​ການ​ຮ່ວມ​ມື​ຍາວ​ນານ. ທ່ານ Avalos ຢືນຢັນ​ວ່າ ​ເລື່ອງ ປາຣາກວາ​ຍ ຮັບຮອງ​ເອົາ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ ຈະ​ປະກອບສ່ວນ ​ເພີ່ມ​​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດຂຶ້ນ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ດີງທາວ ກໍ່ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ປາຣາກວາ​ຍ ສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ ຫວຽດນາມ ​ໃນ​ການ​ຄົ້ນຄວ້າ​ຄວາມ​ສາມາດ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ບຸລິມະສິດ​ການ​ຄ້າລະຫວ່າງ ຫວຽດນາມ ​ແລະ ກຸ່ມ​ຕະຫລາດ​ລວ​ມ ອາ​ເ​ມລິ​ກາ​ໃຕ້ (Mercpsur), ລວມມີ ອັກ​ຊັງ​ຕີນ, ບຣາຊິນ, ປາຣາກວາ​ຍ, ອູຣູກວາ​ຍ ​ແລະ ​ເວ​ເນ​ຊູ​ເອລາ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ດີງທາວ ​ໃຫ້​ຮູ້​ວ່າ: ມີ​ວິ​ສາ​ຫະກິດ ຫວຽດນາມ ປະມານ 20 ​ແຫ່ງຄາດ​ວ່າຈະ​ໄປ​ຍັງ ປາຣາກວາ​ຍ ສົ່ງ​ເສີມ​ດ້ານການ​ຄ້າ ​ແລະ ການ​ລົ​ງທຶນ​ໃນ​ເດືອນ 7 ຈະ​ມາ​ເຖິງ ​ແລະ 2 ຝ່າຍ​ຈະ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະນາວິ​ສາ​ຫະກິດ ​ເພື່ອ​ແນະນຳ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື ກໍ່​ຄືການ​ຊອກ​ຫາ​ກາລະ​ໂອກາດ​ແລກປ່ຽນດ້ານ​ຄ້າຂາຍ.

ຕອບກັບ

ຂ່າວ/ບົດ​ອື່ນ