ຫວຽດ​ນາມ ແລະ​ ມົງ​ໂກນ ຍູ້​ແຮງ​ການ​ຮ່ວມ​ມືທີ່​ແທດ​ຈິງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ

(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງ ມົງໂກນ ແຕ່ວັນທີ 30 ກັນຍາ ຫາວັນທີ 1 ຕຸລາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຕາມຄຳເຊີນຂອງທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະພັນລະຍາ, ຕອນບ່າຍວັນທີ 30 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການພົບປະສົນທະນາກັບທ່ານ ນາຍົກລັດຖະມົນຕີ ມົງໂກນ Luvsannamsrain Oyun-erdena ຢູ່ ນະຄອນຫລວງ Ulan Bato.
ຫວຽດ​ນາມ ແລະ​ ມົງ​ໂກນ ຍູ້​ແຮງ​ການ​ຮ່ວມ​ມືທີ່​ແທດ​ຈິງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະສົນທະນາກັບທ່ານ ນາຍົກລັດຖະມົນຕີ ມົງໂກນ Luvsannamsrain Oyun-erdena (ພາບ: VOV)

ການນຳສອງທ່ານ ໄດ້ເຫັນດີຍູ້ແຮງການຮ່ວມມືທີ່ແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງບາດກ້າວຫັນປ່ຽນກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ; ຕັ້ງຫນ້າຈັດຕັ້ງ ແລະ ຂົນຂວາຍບັນດາວິສາຫະກິດ ເຂົ້າຮ່ວມໂຄງການສົ່ງເສີມການຄ້າ, ເຊື່ອມຕໍ່ການພົວພັນຄ້າຂາຍສິນຄ້າຢູ່ແຕ່ລະປະເທດ, ຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ, ວິທະຍາສາດເຕັກໂນໂລຊີ, ຖະແຫລງຂ່າວ ສື່ສານ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢືນຢັນ ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ແມ່ນຖືການພົວພັນຮ່ວມມືກັບ ມົງໂກນ ເປັນສຳຄັນ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຍາວນານ.

ຫວຽດ​ນາມ ແລະ​ ມົງ​ໂກນ ຍູ້​ແຮງ​ການ​ຮ່ວມ​ມືທີ່​ແທດ​ຈິງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ - ảnh 2ບັນຍາກາດກ່ອນພົບປະ (ພາບ: VOV)
ສ່ວນທ່ານ ນາຍົກລັດຖະມົນຕີ Oyun – erdena ຢືນຢັນ ການເພີ່ມທະວີການຮ່ວມມືຮອບດ້ານ ແລະເລິກເຊິ່ງ ກວ້າງຂວາງ ກັບ ຫວຽດນາມ ແມ່ນການບຸລິມະສິດແຖວຫນ້າໃນນະໂຍບາຍການຕ່າງປະເທດຂອງ ມົງໂກນ ຢູ່ ພາກພື້ນ. ມົງໂກນ ປາດຖະຫນາຢາກເພີ່ມທະວີ ແລະ ເປີດກວ້າງການຮ່ວມມືກວ່າອີກ ກັບ ຫວຽດນາມໃນບັນດາຂົງເຂດກໍ່ຄືຢູ່ບັນດາກົນໄກຫລາຍຝ່າຍທີ່ເໝາະສົມກັບການພົວພັນຮ່ວມມືຮອບດ້ານ.

          ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການພົບປະສົນທະນາກັບ ທ່ານປະທານສະພາແຫ່ງຊາດ ມົງໂກນ Dashzegve Amarbayasgalan. ສອງຝ່າຍເຫັນດີ ເພີ່ມທະວີບົດບາດຂອງອົງການນິຕິບັນຍັດສອງປະເທດ ໃນການປະສານສົມທົບກັນຫນູນຊ່ວຍຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະກິດພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ; ເປີດປະຕູໃຫ້ສິນຄ້າຂອງກັນ, ຜ່ານນັ້ນ ປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ ກວ່າ 200 ລ້ານ USD ໃນໄລຍະຈະມາເຖິງ, ຊຸກຍູ້ການລົງນາມສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ ລະຫວ່າງ ຫວຽດນາມ ແລະ ມົງໂກນໂດຍໄວ.

ຫວຽດ​ນາມ ແລະ​ ມົງ​ໂກນ ຍູ້​ແຮງ​ການ​ຮ່ວມ​ມືທີ່​ແທດ​ຈິງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ - ảnh 3ສອງຝ່າຍໄດ້ອອກຖະແຫລງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ (ພາບ: TTXVN)

ແລະໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫລງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ. ຖະແຫລງການຮ່ວມໄດ້ຊີ້ແຈ້ງ ການນຳຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະສັນໂດຍຖືວ່າ:  ການພັດທະນາ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະມົງໂກນ ເລິກເຊິ່ງ ແມ່ນສອດຄ່ອງກັບຜົນປະໂຫຍດລວມຂອງປະຊາຊົນສອງປະເທດ; ສອງຝ່າຍຕົກລົງກັນຍົກການພົວພັນສອງປະເທດໃຫ້ຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”   ແລະ ສືບຕໍ່ຊຸກຍູ້ເປີດກວ້າງການຮ່ວມມືໃນຫລາຍຂົງະເຂດ.

  ການນຳຂັ້ນສູງຂອງສອງປະເທດ ເຫັນດີນຳກັນໂດຍຖືວ່າ ການຢ້ຽມຢາມທາງລັດຖະກິດເຖິງ ມົງໂກນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ  ໄດ້ປະກອບສ່ວນສຳຄັນເຂົ້າໃນການກຳນົດທິດ ແລະ ເປີດແງ່ຫວັງການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ.

ໃນຂອບເຂດການຢ້ຽມຢາມ ມົງໂກນ, ຕອນເຊົ້າວັນທີ 1 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມ ເລກທີ 14 ໂດຍໃສ່ຊື່ປະທານ ໂຮ່ຈີມິນ ຢູ່ ນະຄອນຫລວງ Ulan Bator.

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ  ຕີລາຄາສູງ ເລື່ອງໂຮງຮຽນ ໃສ່ຊື່ປະທານໂຮ່ຈີມິນ ແມ່ນຫນຶ່ງໃນບັນດາໂຮງຮຽນແບບຢ່າງແຖວຫນ້າຂອງປະເທດຊາດ, ເປັນແບບຢ່າງໃຫ້ແກ່ພື້ນຖານການສຶກສາຊັ້ນມັດທະຍົມທີ່ທັນສະໄຫມ, ກ້າວຫນ້າຂອງ ມົງໂກນ.

             ໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ   ໄດ້ມອບເງິນຈຳນວນ 50.000  USD ເປັນຂອງຂວັນຂອງພັກ ແລະ ລັດ ຫວຽດນາມ ຊ່ວຍເຫລືອໂຮງຮຽນ ເພີ່ມອຸປະກອນການຮຽນການສອນ ເພື່ອກຽມພ້ອມໃຫ້ແກ່ ສົກຮຽນໃຫມ່ 2024 – 2025. ເນື່ອງໃນໂອກາດນີ້ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນຫລວງ ຮ່າໂນ້ຍ ກໍໄດ້ມອບຂອງຂວັນ ແລະ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ມອບບັນດາທຶນການສຶກສາໃຫ້ແກ່ໂຮງຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ