ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

(VOVWORLD) - ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງ ລາວ ແລະ  ຫວຽດນາມ ໃນໄລຍະຜ່ານມາ ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ - ảnh 1(ທີ່ກອງປະຊຸມ)

        ຕອນບ່າຍວັນທີ 28 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມືເຕັກໂນໂລຊີ ແລະ ນະວັດຕະກຳ ຫວຽດນາມ - ລາວ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮີ່ວນແທັງດາດ ນຳໜ້າ.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ບໍ່ວຽງຄຳ ວົງດາລາ, ຕີລາຄາວ່າ ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງ ລາວ ແລະ  ຫວຽດນາມ ໃນໄລຍະຜ່ານມາ ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ, ຄື: ຈັດການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ກະຊວງ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຍົກສູງທັກສະດ້ານວິຊາຊີບໃຫ້ແກ່ ລາວ; ຖ່າຍທອດເຕັກໂນໂລຊີ, ຮ່ວມສຳພັນວິສາຫະກິດ… ສ່ວນຝ່າຍ ຫວຽດນາມ, ທ່ານລັດຖະມົນຕີ ຮີ່ວນແທັງດາດ ເນັ້ນໜັກວ່າ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ນະວັດຕະກຳກັບ ລາວ, ຖືເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນປັດໃຈແກ່ນສານ ແລະ ເປັນເສົ້າຄ້ຳໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.

        ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ, ນະວັດຕະກຳ ຫວຽດນາມ  ລາວ, 2 ຝ່າຍໄດ້ເປັນເອກະພາບກ່ຽວກັບທິດທາງການຮ່ວມມືໃນໄລຍະ 2024 – 2026, ລວມມີ: ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງຄວາມສາມາດໃຫ້ຖັນແຖວນັກຄຸ້ມຄອງ; ສົ່ງເສີມການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳຢູ່ຂັ້ນທ້ອງຖິ່ນ… 

ຕອບກັບ

ຂ່າວ/ບົດ​ອື່ນ