(vovworld) - ຫວຽດນາມ ແລະ ອັງກິດ ຫາກໍວາງອອກຈຸດໝາຍຍົກວົງເງິນການຄ້າສອງສົ້ນຂຶ້ນລະດັບ 4 ຕື້ USD ແລະ ເງິນລົງທຶນໂດຍກົງຂອງອັງກິດ ເຂົ້າຫວຽດນາມ ຂຶ້ນລະດັບ 3 ຕື້ USD ໃນປີ 2013, ປີທີ່ເປັນຂີດໝາຍຄົບຮອບ 40 ປີນັບແຕ່ເວລາທີ່ 2 ປະເທດສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ. ຈຸດໝາຍນີ້ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 6 ຄະນະປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງຫວຽດນາມ ແລະ ອັງກິດ (JETCO), ເຊິ່ງດຳເນີນໄປຢູ່ນະຄອນຫຼວງລອນດອນ, ປະເທດອັງກິດ ເມື່ອວັນທີ 8/11. ສອງຝ່າຍໄດ້ສຸມໃສ່ປຶກສາຫາລື ແລະ ຊອກຫາບັນດາມາດຕະການເພື່ອແກ້ໄຂຄວາມຂັດແຍ່ງດ້ານການຄ້າຢ່າງມີປະສິດທິຜົນ, ຊຸກຍູ້ສິດຊັບສິນທາງປັນຍາ, ເພີ່ມທະວີການປະຕິບັດບັນດາຄຳໝັ້ນໝາຍຂອງຫວຽດນາມ ເມື່ອເຂົ້າຮ່ວມອົງການການຄ້າໂລກ (WTO). ຕາມທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າຫວຽດນາມ Ho Thi Kim Thoa ແລ້ວ, JETCO ຕ້ອງສືບຕໍ່ປ່ຽນໃໝ່ການເຄື່ອນໄຫວຫຼາຍກວ່າອີກ, ນັບທັງການກະກຽມໃຫ້ແກ່ບັນດາກອງປະຊຸມ ເພື່ອສາມາດຊອກຫາບັນດາມາດຕະການໃໝ່ ແລະ ມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.