ຫວຽດນາມ ແລະ ອີຢູ ຢັ້ງຢືນຄຳໝັ້ນສັນຍາກ່ຽວກັບບັນດາສັນຍາການຄ້າ ແລະ ການລົງທຶນຄືນໃໝ່

(VOVWORLD) - ວັນທີ 19 ຕຸລາ ຢູ່ ບຣຸກແຊນ (ລາຊະອານາຈັກ ແບນຊິກ), ຢູ່ນອກກອງປະຊຸມສຸດຍອດ ອາຊີ - ເອີຣົບ (ASEM) ຄັ້ງທີ 12, 
ຫວຽດນາມ ແລະ ອີຢູ ຢັ້ງຢືນຄຳໝັ້ນສັນຍາກ່ຽວກັບບັນດາສັນຍາການຄ້າ ແລະ ການລົງທຶນຄືນໃໝ່ - ảnh 1 ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ (ພາບ: TTXVN)

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ໄດ້ມີການເຮັດວຽກກັບທ່ານ Cecilia Malmstrom ຂ້າຫລວງໃຫຍ່ ເອີຣົບ ຮັບຜິດຊອບການຄ້າ ກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA). ທີ່ການເຮັດວຽກ, 2 ຝ່າຍໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ບາດກ້າວທີ່ບັນລຸໄດ້ ພາຍຫລັງສິ້ນສຸດວິວັດການກວດກາດ້ານນິຕິກຳໃນລະດູຮ້ອນຜ່ານມາ. ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ໄດ້ຮັບຮູ້ເປັນພິເສດເລື່ອງ ຄະນະກຳມະການ ເອີຣົບ (EC) ໄດ້ຮັບຮອງເອົາສັນຍາ 2 ສະບັບນີ້ ແລະ ໄດ້ຍື່ນສະເໜີຕໍ່ສະພາເອີຣົບ ພິຈາລະນາໃຫ້ສັດຕະຍາບັນໃນວັນທີ 17 ຕຸລາ.

       ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ແລະ ທ່ານຂ້າຫລວງໃຫຍ່ Cecilia Malmstrom ກໍ່ປຶກສາຫາລືລະອຽດກ່ຽວກັບບັນດາລະບຽບການ ແລະ ຂັ້ນຕອນຄາດຄະເນ ເພື່ອອາດຈະກ້າວໄປເຖິງການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ໃນໄວໆນີ້. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ແລະ ທ່ານ Cecilia Malmstrom ໄດ້ອອກຖະແຫຼງການຮ່ວມກ່ຽວກັບ EVFTA  ແລະ IPA.

ຕອບກັບ

ຂ່າວ/ບົດ​ອື່ນ